ສ້າງຄວາມຮູ້ດ້ານກົດໝາຍໃຫ້ພື້ນຖານບ້ານຄຸ້ມຄອງສັງຄົມມີຄວາມສະຫງົບ

ຫ້ອງການຍຸຕິທຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄຂຊຸດເຝິກອົບຮົມຮຽນຮູ້ກົດໝາຍລະບົບ 45 ວັນ ຊຸດທີ II ໃຫ້ກັບບຸຄະລາກອນຢູ່ຂັ້ນພື້ນຖານບ້ານ ແລະ ຫ້ອງການອ້ອມຂ້າງພາຍໃນເມືອງ ຢູ່ສະໂມສອນປົກຄອງເມືອງ ວັນທີ 14 ກໍລະກົດ 2022 ມີທ່ານ ສຸກສະຫວັນ ບຸດຕະວົງ ຮອງເລຂາພັກເມືອງ ປະທານກວດກາພັກ-ລັດ ເມືອງຫາດຊາຍຟອງ ທ່ານ ສັກດາ ອາດວາລີ ຮອງຫົວໜ້າພະແນກຍຸຕິທຳ ນະຄອນຫຼວງວຽງຈັນ ພ້ອມບັນດາຄູເຝິກ ຄະນະຮັບຜິດຊອບ ແລະ ສໍາມະນາກອນເຂົ້າຮ່ວມ.

ທ່ານນາງ ແສງມະນີ ຈັນທະວົງ ຫົວໜ້າໜ່ວຍງານກົດໝາຍຍຸຕິທຳຮາກຖານຫ້ອງການຍຸຕິທຳເມືອງຫາດຊາຍຟອງໄດ້ລາຍງານໃນຊຸດເຝິກອົບຄັ້ງນີ້ວ່າ: ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 46/ນຍ ກ່ຽວກັບການເພີ່ມທະວີເອົາໃຈໃສ່ວຽກງານຍຸຕິທຳຮາກຖານ ກ່ຽວກັບການເຝິກອົບຮົມກົດໝາຍ 45 ວັນ ໃຫ້ກັບເລຂາພັກບ້ານ ນາຍບ້ານ ແລະ ບັນດາພະນັກງານຫຼັກແຫຼ່ງພາຍໃນ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ເວົ້າສະເພາະ ກໍຄືເມືອງຫາດຊາຍຟອງ ໄດ້ປະຕິບັດຕາມໜັງສືແຈ້ງການຂອງພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ ຂໍ້ຕົກລົງຂອງເຈົ້າເມືອງຫາດຊາຍຟອງ ວ່າດ້ວຍການອະນຸມັດໃຫ້ໄຂຊຸດເຝິກອົບຮົມ ກົດໝາຍ 45 ວັນ ຊຸດທີ II ຂຶ້ນ ໂດຍຫ້ອງ ການຍຸຕິທຳເມືອງ ແລະ ຄະນະຮັບຜິດຊອບໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອໃຫ້ແຈ້ງສະເໜີສົ່ງລາຍຊື່ຂອງບຸຄະລາກອນທີ່ຈະໄດ້ເຂົ້າຮ່ວມຝຶກອົບຮົມເພື່ອຮ່ຳຮຽນກົດໝາຍທີ່ການຈັດຕັ້ງຂອງເມືອງຈັດຂຶ້ນ.

ສຳລັບຊຸດອົບຮົມຄັ້ງນີ້ ແມ່ນມີຜູ້ເຂົ້າຮ່ວມເຝິກທັງໝົດ 44 ຄົນ ຍິງ 17 ຄົນ ໃນນັ້ນ ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ວິຊາທາງດ້ານກົດໝາຍຈຳນວນ 34 ວິຊາ 22,5 ໜ່ວຍກິດ 360 ຊົ່ວໂມງ ໃນນັ້ນ ກໍປະກອບມີວິຊາບາງບັນຫາກ່ຽວກັບແນວທາງປ່ຽນແປງໃໝ່ ວິຊາລັດທິມາກ-ເລນິນຄວາມຮູ້ພື້ນຖານກ່ຽວກັບລັດ ແລະ ກົດໝາຍ ວິຊາລັດຖະທຳມະນູນ ແລະ ວິຊາອື່ນໆ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!