ຮສສ ຮຽກຮ້ອງສັງຄົມຢ່າຫຼົງເຊື່ອການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮຽກຮ້ອງສັງຄົມຢ່າຫຼົງເຊື່ອການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ ເພື່ອເຕືອນປະຊາຊົນລາວບໍ່ໃຫ້ຕົກເປັນເຫຍອຂອງການຄ້າມະນຸດ ແລະ ຖືກເອົາປຽບຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ ພາຍຫຼັງທີ່່ ຮສສ ໄດ້ມີການກວດພົບບາງ ບໍລິສັດ ແລະ ນິຕິບຸກຄົນທີ່ເຄື່ອນໄຫວຊັກຊວນຊາວໜຸ່ມລາວໄປເຮັດວຽກຢູ່ ສ.ເກົາຫຼີ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງ ຮສສ.

ອີງຕາມຂໍ້ມູນຈາກຂ່າວສານແຮງງານ ແລະ ສະຫວັດດີການສັງຄົມໃຫ້ຮູ້ວ່າ ຈາກສື່ສັງຄົມອອນລາຍ ເຫັນວ່າມີຫຼາຍໆບໍລິສັດ ແລະ ມີບາງບຸກຄົນທີ່ມີການເຄື່ອນໄຫວລັກສະນະດຽວກັນແບບບໍ່ຖືກຕ້ອງ ສຳລັບບຸກຄົນ ຫຼື ນິຕິບຸກຄົນ ຫາກເຄື່ອນໄຫວຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດໂດຍບໍຜ່ານການອະນຸຍາດຈາກລັດຖະບານ ກໍຄືກະຊວງ ຮສສ ແມ່ນຜິດຕໍ່ດຳລັດ ເລກທີ 245/ລບ ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ມາດຕາທີ 12 ແລະ ການກະທຳດັ່ງກ່າວ ຍັງຜິດຕໍ່ກັບຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວິສາຫະກິດ ບໍລິການຈັດຫາງານສະບັບເລກທີ 1050/ຮສສ ລົງວັນທີ 25 ມີນາ 2022 ມາດຕາທີ 51 ຈະຖືກກ່າວເຕືອນປັບໃໝ ແລະ ຖອນທະບຽນວິສາຫະກິດຫຼື ຮ້າຍແຮງ ແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍ.

ປັດຈຸບັນ ກົມການຈັດຫາງານກະຊວງ ຮສສ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກຳລັງຂຸ້ນຂ້ຽວແກ້ໄຂເພື່ອໃຫ້ເຂົ້າສູ່ລະບົບ ແລະ ເຄື່ອນໄຫວແບບຖືກຕາມກົດໝາຍຂອງປະເທດ ສຳລັບຜູ້ໃດມີຄວາມສົນໃຈຢາກໄປເຮັດວຽກ ຢູ່ ສ ເກົາຫຼີ ຫຼື ຢູ່ພາຍໃນປະເທດ ສະເພາະຜູ້ທີ່ຢູ່ຕ່າງແຂວງ ໃຫ້ໄປແຈ້ງຫ້ອງການ ຮສສ ເມືອງ ຫຼື ພະແນກ ຮສສ ແຂວງ ສ່ວນຜູ້ທີ່ຢູ່ນະຄອນຫຼວງວຽງຈັນສາມາດເຂົ້າມາພົວພັນກັບ ກົມການຈັດຫາງານກະຊວງ ຮສສ ຫຼື ບໍລິສັດຈັດຫາງານທີ່ທາງການກຳນົດເທົ່ານັ້ນໃນໂມງລັດຖະການ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!