6 ເດືອນຕົ້ນປີ ຖວທ ນວ ມີຜົນງານພົ້ນເດັ່ນຫຼາຍດ້ານ

ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຖວທ 6 ເດືອນຕົ້ນປີ 2022 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ເປັນປະທານຂອງທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖວທ ນວ ເປັນກຽດເຂົ້າຮ່ວມຂອງທ່ານ ຊົງເລົາ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ທ່ານ ສົມກຽດຕິສັກ ກິ່ງສະດາ ຮອງຫົວໜ້າຫ້ອງການ ກະຊວງ ຖວທ ພ້ອມດ້ວຍບັນດາທ່ານຫົວໜ້າຫ້ອງການ ຖວທ 9 ຕົວເມືອງ ຫົວໜ້າຂະແໜງການ ກອງວິຊາການ ປະທານສະມາຄົມທຸລະກິດໂຮງແຮມ ຮ້ານອາຫານ ກຸ່ມທຸລະກິດທ່ອງທ່ຽວ ພະນັກງານວິຊາການຫຼັກແຫຼ່ງທີ່ຂຶ້ນກັບພະແນກ ຖວທ ນວ.

ນາງ ວິໄລວອນ ຈັນທະລາຕີ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຖວທ 6 ເດືອນຕົ້ນປີ 2022 ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2022 ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດ ຂໍ້ຄົງຄ້າງ ແລະ ສະເໜີບັນດາວຽກງານຈຸດສຸມໃນຕໍ່ໜ້າ ນອກຈາກນີ້ ໃນກອງປະຊຸມໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2021 ໃຫ້ 7 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຖວທ ນວ ຄື ໜ່ວຍພັກຫ້ອງການຈັດຕັ້ງ ແລະ ກວດກາ ວິທະຍຸ-ໂທລະພາບ ຂົງເຂດວັດທະນະທຳ ໜັງສືພິມວຽງຈັນໃໝ່ ແລະ ຖະແຫຼ່ງຂ່າວ ຂະແໜງທ່ອງທ່ຽວ ລັດວິສາຫະກິດໂຮງພິມ ນວ ແລະ ໜ່ວຍພັກສະມາຄົມທ່ອງທ່ຽວລາວ ພ້ອມກັນນັ້ນ ກໍໄດ້ປະກາດພະນັກງານອອກພັກການຮັບອູດໜູນບຳນານ 1 ທ່ານຄື ທ່ານ ສົມປະສົງ ສົມພັກດີ ຜູ້ອຳນວຍການວິທະຍຸ-ໂທລະພາບ ນວ ຮັບອູດໜູນບຳນານໃນເດືອນກໍລະກົດ 2022 ເປັນຕົ້ນໄປ ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງທ່ານ ຊົງເລົາ ຢົງນູອີກດ້ວຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!