ສັງທອງປັກດໍາເຂົ້ານາປີໄດ້ 94% ຂອງເນື້ອທີ່ແຜນການ

ອີງຕາມການລາຍງານຂອງຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ເປີດເຜີຍໃຫ້ຮູ້ວັນທີ 14 ກໍລະກົດ 2022 ວ່າ: ທົ່ວເມືອງສັງທອງ ໄດ້ເລີ່ມປັກດໍາເຂົ້ານາປີມາແຕ່ຕົ້ນເດືອນ ມິຖຸນາ 2022 ເປັນຕົ້ນມາ ມີເນື້ອທີ່ແຜນການທັງໝົດ 8.500 ເຮັກຕາ ປັດຈຸບັນສາມາດປັກດໍາສໍາເລັດແລ້ວ 4.540 ເຮັກຕາ ເທົ່າກັບ 94% ຄາດວ່າຈະໃຫ້ສໍາເລັດ 100% ໃນທ້າຍເດືອນກໍລະກົດນີ້ ໄປຄຽງຄູ່ກັນນັ້ນ ໄດ້ປູກພືດຜັກລະດູຝົນສະໜອງໃຫ້ກັບຕະຫຼາດມີເນື້ອທີ່ແຜນການ 380 ເຮັກຕາ ປະຕິບັດໄດ້ 138 ເຮັກຕາ ເທົ່າກັບ 36% ໃນນີ້ ປູກພືດຜັກໃຫ້ໃບມີເນື້ອທີ່ 153 ເຮັກຕາ ປະຕິບັດໄດ້ 52 ເຮັກຕາ ພືດໃຫ້ໝາກມີເນື້ອທີ່ 132 ເຮັກຕາ ປະຕິບັດໄດ້ 33 ເຮັກຕາ ແລະ ຜັກກິນຫົວມີເນື້ອທີ່ 95 ເຮັກຕາ ປະຕິບັດໄດ້ 53 ເຮັກຕາ ສ່ວນການຜະລິດພືດອຸດສາຫະກໍາ ມີເນື້ອທີ່ແຜນການ 810 ເຮັກຕາ ປະຕິບັດໄດ້ 537 ເຮັກຕາ ເທົ່າກັບ 66% ແລະ ການຜະລິດໄມ້ໃຫ້ໝາກມີເນື້ອທີ່ 230 ເຮັກຕາ ປະຕິບັດໄດ້ 113 ເຮັກຕາ ເທົ່າກັບ 49%.

ສໍາລັບແຜນການຕໍ່ໜ້າ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສັງທອງຈະໄດ້ສຸມໃສ່ຊຸກຍູ້ຕິດຕາມການປັກດໍາເຂົ້ານາປີໃຫ້ສໍາເລັດຕາມແຜນການ ຊຸກຍູ້ຊາວກະສິກອນປູກພືດຜັກໃຫ້ສາມາດຕອບສະໜອງພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ແລະ ສືບຕໍ່ລົງຕິດຕາມການປູກໝາກກ້ວຍຈີນ ຢູ່ບ້ານກົ້ວ ຂອງບໍລິສັດໂຍງເຊິນ. # ຂັນທະວີ

error: Content is protected !!