ສືບຕໍ່ປະຖົມນິເທດລາງວັນຮອນດາ ໃຫ້ນັກສຶກສາຄະນະຊັບພະຍາກອນນໍ້າ

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຢີ່ປຸ່ນ (ສລຍ) ຮ່ວມກັບຄະນະຊັບພະຍາກອນນ້ຳ ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີປະຖົມນິເທດກ່ຽວກັບລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ (HONDA Y-E-S Award) ຢູ່ ສປປ ລາວ ປະຈຳປີ 2022 ຂຶ້ນວັນທີ 13 ກໍລະກົດ 2022 ຢູ່ຄະນະຊັບພະຍາກອນນ້ຳ ໂດຍມີທ່ານ ປອ ອຸ່ນຫຼ້າ ສີລາວົງ ຄະນະບໍດີຄະນະຊັບພະຍາກອນນ້ຳ ຄະນະກຳມະການ ໂຄງການມູນນິທິຮອນດາ 2021 ທ່ານ ປອ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການ ສລຍ ຄະນະກຳມະການໂຄງການມູນນິທິຮອນດາ 2022 ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ທ່ານ ພອນແກ້ວ ຈັນທະມາລີ ກ່າວວ່າ: ຈຸດປະສົງເພື່ອແນະນຳວິທີການສະໝັກເຂົ້າແຂ່ງຂັນເອົາລາງວັນຈາກມູນນິທິຮອນດາ ປີ 2022 ເຊິ່ງແຕ່ລະປີ ມີນັກສຶກສາ 2 ຄົນ ໄດ້ຮັບລາງວັນຊະນະເລີດ ຜູ້ໄດ້ຮັບລາງວັນ ຈະໄດ້ຫຼຽນຮອນດາ ໃບຢັ້ງຢືນ ພ້ອມດ້ວຍເງິນລາງວັນ 3.000 ໂດລາສະຫະລັດ Honda Y-E-S Award ເລີ່ມມີໃນປີ 2006 ເພື່ອເຮັດໃຫ້ຄົນຮຸ່ນໜຸ່ມ ຫັນມາເອົາໃຈໃສ່ເລື່ອງເຕັກໂນໂລຊີ ກັບສິ່ງອ້ອມຂ້າງໃຫ້ຫຼາຍຂຶ້ນ ແລະ ເພື່ອການເຊື່ອມໂຍງລະຫວ່າງຜູ້ນຳໃນອະນາຄົດຂອງປະເທດຍີ່ປຸ່ນ ແລະ ປະເທດອາຊຽນ ໃນຂົງເຂດວິທະຍາສາດ ເຕັກໂນໂລຊີ ແລະ ອຸດສາຫະກຳ ປີ 2006 ໂຄງການໄດ້ເລີ່ມຕົ້ນ ແລະ ໄດ້ຮັບຜົນສຳເລັດຢູ່ປະເທດຫວຽດນາມ ປີ 2007 ຢູ່ປະເທດອິນເດຍ ປີ 2008 ຢູ່ ສປປ ລາວ ແລະ ກຳປູເຈຍ ປີ 2014 ຢູ່ປະເທດມຽນມາ ສປປ ລາວ ໄດ້ກ້າວໜ້າຂຶ້ນ ພາຍຫຼັງໄດ້ເຂົ້າເປັນປະເທດສະມາຊິກອາຊຽນ ປີ 1997 ໂຄງການນີ້ໄດ້ຕົກລົງໃຫ້ນັກສຶກສາ ມຊ ຂະແໜງວິທະຍາສາດ ແລະ ວິສະວະກຳສາດ ຜູ້ທີ່ມີພອນສະຫວັນ ມີແນວຄິດຢາກປະດິດສິ່ງໃໝ່ໆ ມີຄຸນສົມບັດດີ ມີຄວາມສາມັກຄີກັບໝູ່ຄູ່ ມັກເຂົ້າຮ່ວມກິດຈະກຳ ມີຄວາມເສຍສະຫຼະ ແລະ ມີຜົນການຮຽນດີເລີດ ເພື່ອຈະເປັນຜູ້ນຳດ້ານວິທະຍາສາດຂອງ ສປປ ລາວ ໃນອະນາຄົດ ຜູ້ສະໜັກຈະຖືກຮັບຮອງ ແຕ່ລະປີຕ້ອງເປັນນັກສຶກສາຂອງ ມຊ ທີ່ກຳນົດໃນຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ຜູ້ທີ່ໄດ້ຮັບລາງວັນ Y-E-S ຖ້າຄົບເງື່ອນໄຂກໍຈະໄດ້ຮັບລາງວັນ Y-E-S Plus ຕື່ມອີກ ໂດຍຜູ້ທີ່ໄດ້ຮັບລາງວັນມາແລ້ວ ມີສິດເຄື່ອນໄຫວກິດຈະກຳພາຍໃນເຄືອຂ່າຍ ແລະ ເຂົ້າຮ່ວມກອງປະຊຸມສາກົນຢູ່ປະເທດຍີ່ປຸ່ນ ຜູ້ທີ່ຈະສະໝັກເຂົ້າແຂ່ງຂັນເພື່ອຮັບລາງດັ່ງກ່າວ ຕ້ອງແມ່ນນັກສຶກສາຂອງຄະນະທີ່ກຳນົດໃຫ້ ແລະ ກຳລັງຮຽນຢູ່ປີ 3 ຫຼື ປີ 4 ອາຍຸບໍ່ເກີນ 25 ປີ ມີສັນຊາດລາວ.

ໂອກາດນີ້ ກໍໄດ້ເປີດເວທີໃຫ້ມີການຖາມ-ຕອບ ເພື່ອສ້າງຄວາມເຂົ້າໃຈແຈ້ງກ່ຽວກັບການສະໝັກເຂົ້າແຂ່ງຂັນເອົາລາງວັນດັ່ງກ່າວ ພ້ອມທັງໄດ້ຮັບຟັງການສະແດງຄວາມຮູ້ສຶກ ແລະ ແນະນຳປະສົບການກ່ຽວກັບວິທີການຄົ້ນຄວ້າຮ່ຳຮຽນ ຈາກຜູ້ໄດ້ຮັບລາງວັນ Honda Y-E-S Award ປີ 2008 ຕື່ມອີກ.

 (ສະບາໄພ)

error: Content is protected !!