ທ່ານ ແສງອາລຸນ ສຸລິຍະວົງ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າພະແນກກະສິກໍາ-ປ່າໄມ້ ນວ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 14 ກໍລະກົດ 2022 ຢູ່ພະແນກດັ່ງກ່າວ ລະຫວ່າງທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ຜູ້ເກົ່າ) ແລະ ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ຜູ້ໃໝ່) ໂດຍມີທ່ານ ກິແກ້ວ ສິງນາມວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ທ່ານ ພົຈວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກ ນວ ມີບັນດາຫົວໜ້າກົມ-ຮອງກົມ ພະແນກ ຂະແໜງການ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າຄະນະຈັດຕັ້ງ ນວ ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍອະນຸມັດໃຫ້ລັດຖະກອນເຂົ້າຮັບອຸດໜູນບໍານານ ໂດຍເຫັນດີອະນຸມັດໃຫ້ທ່ານ ຫຼ້າສາຍ ນວນທາສິງ ຮັບອຸດໜູນບໍານານ ເດືອນກໍລະກົດ 2022 ເປັນຕົ້ນໄປ ໂດຍແຕ່ງຕັ້ງທ່ານ ແສງອາລຸນ ສຸລິຍະວົງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ເປັນຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ແລະ ແຕ່ງຕັ້ງ ທ່ານ ບົວຄໍາ ສີສົງຄາມ ອະດີດຮອງເຈົ້າເມືອງສັງທອງ ທີ່ຍົກຍ້າຍມາປະຈໍາການຢູ່ສະຖາບັນຄົ້ນຄວ້າການພັດທະນາເສດຖະກິດ-ສັງຄົມ ນວ ມາເປັນຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ພ້ອມທັງຍົກຍ້າຍທ່ານ ສີສະຫວັດ ສິນທະວີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນວ ໄປປະຈໍາການຢູ່ກະຊວງກະສິກໍາແລະ ປ່າໄມ້.

ໂອກາດນີ້ ທ່ານ ຫຼ້າສາຍ ນວນທາສິງ ກ່າວສັງລວມຫຍໍ້ຜົນສໍາເລັດ ການພັດທະນາກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໄລຍະ 20172022 ວ່າ:ຕະຫຼອດໄລຍະ 5 ປີ ຜ່ານມາ ຂະແໜງກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດທົ່ວ ນວ ໄດ້ປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກນາໆປະການ ໂດຍສະເພາະແມ່ນການປ່ຽນແປງດິນຟ້າອາກາດ ພາໃຫ້ເກີດໄພນໍ້າຖ້ວມ ໄພແຫ້ງແລ້ງ ແລະ ຮຸນແຮງຂຶ້ນກວ່າເກົ່າ ພາໃຫ້ເກີດສະພາບການລະບາດຂອງພະຍາດຕ່າງໆ ເຊັ່ນ: ອາຫິວາໝູອາຟຣິກກາ ແລະ ອື່ນໆ ການພັດທະນາພື້ນຖານໂຄງລ່າງ ບັນດາໂຄງການໃຫຍ່ລະດັບຊາດ ການຫັນເປັນໂຕເມືອງມີຈັງຫວະໄວ ບວກກັບສະພາບການລະບາດຂອງພະຍາດໂຄວິດ-19 ໃນຊຸມປີຜ່ານມາ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ ລາຄານໍ້າມັນແພງ ໃນປີ 2022 ລ້ວນແຕ່ສົ່ງຜົນກະທົບໃນທາງກົງ ແລະ ທາງອ້ອມ ຕໍ່ການປະຕິບັດຄາດໝາຍ ແຜນດຳເນີນດ້ານການພັດທະນາກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ຢູ່ ສປປ ລາວ ໂດຍລວມ ຕໍ່ ນວ ເວົ້າສະເພາະແຕ່ຄະນະພັກ ຄະນະພັກຮາກຖານ ຄະນະພະແນກ ພ້ອມກັບອົງການປົກຄອງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ສຸມໃສ່ປຸກລະດົມກໍາລັງແຮງທົ່ວສັງຄົມ ປະຕິບັດຄາດໝາຍ ມະຕິກອງປະຊຸມໃຫຍ່ ຂອງພັກ ແລະ ຄາດໝາຍແຜນພັດທະນາ ຂົງເຂດກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ຕາມການມອບໝາຍ ຂອງສະພາປະຊາຊົນ ນວ ມີຜົນສໍາເລັດພົ້ນເດັ່ນຫຼາຍດ້ານ ໂດຍສະເພາະເສດຖະກິດມະຫາພາກຂົງເຂດກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ພວກເຮົາສາມາດຄໍ້າປະກັນສະບຽງອາຫານໄດ້ໂດຍພື້ນຖານ. ນອກຈາກນີ້ ນວ ໄດ້ສຸມໃສ່ສ້າງຕ່ອງໂສ້ການຜະລິດກະສິກໍາສະອາດເປັນສິນຄ້າ ຕາມທິດສີຂຽວ ແລະ ຍືນຍົງ ມີຕົວແບບທີ່ດີຈໍານວນໜຶ່ງ ສົ່ງເສີມການປະຕິຮູບໄຮ່ນານ້ອຍ ເປັນໄຮ່ນາໃຫຍ່ ໄດ້ 300 ເຮັກຕາ ສາມາດເຮັດໃຫ້ເນື້ອທີ່ສີຂຽວປົກຫຸ້ມ ກວມ 70% (ຄາດໝາຍທີ 11) ແລະ ອື່ນໆ.

ສໍາລັບແຜນຈັດຕັ້ງປະຕິບັດ 5 ປີ ໃນຕໍ່ໜ້າ ຂະແໜງກະສິກໍາ-ປ່າໄມ້ ຈະສຸມໃສ່ຜັນຂະຫຍາຍມະຕິ 107/ກມສພ ມະຕິ 097/ກມສພ ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ແລະ ຄະນະພັກຮາກຖານ ພະແນກກະສິກໍາ ແລະ ປ່າໄມ້ ນວ ໃຫ້ປະກົດຜົນເປັນຈິງ ສຸມໃສ່ປະຕິບັດ 3 ວິໄສທັດ 4 ຍຖດທະສາດ 8 ຄາດໝາຍ ແລະ 18 ແຜນວຽກ ແລະ ໂຄງການຈຸດສຸມ. # ຂ່າວ -ພາບ : ສີພອນ

error: Content is protected !!