ໄຟຟ້າ ຫົງສາ ຮ່ວມປ່ອຍປາຄືນສູ່ແຫຼ່ງນໍ້າທໍາມະຊາດ 30.000 ໂຕ

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ຮ່ວມໃຈອະນຸຮັກສັດນໍ້າ-ສັດປ່າ ປ່ອຍປາຄືນສູ່ແຫຼ່ງນໍ້າທໍາມະຊາດ ເນື່ອງໃນວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າ ແຫ່ງຊາດ ປະຈໍາປີ 2022 ຮ່ວມກັບເມືອງຫົງສາ ເມືອງເງິນ ແລະ ເມືອງຊຽງຮ່ອນ ໃນລະຫວ່າງວັນທີ 12-13 ກໍລະກົດ 2022 ໂດຍບໍລິສັດໄດ້ໃຫ້ການສະໜັບສະໜຸນປາສໍາລັບປ່ອຍຄືນສູ່ແຫຼ່ງນໍ້າທໍາມະຊາດ ຈໍານວນທັງໝົດ 30,000 ໂຕ

ແບ່ງອອກເປັນຄື: ເມືອງຫົງສາ ຈໍານວນ 15.000 ໂຕ, ເມືອງເງິນ ຈໍານວນ 10.000 ໂຕ ແລະ ເມືອງຊຽງຮ່ອນ ຈໍານວນ 5.000 ໂຕ

 ໂດຍບໍລິສັດ ໄດ້ໃຫ້ການສະໜັບສະໜຸນປາ ແລະ ເຂົ້າຮ່ວມງານທັງສາມເມືອງເປັນປະຈໍາທຸກປີ ຈຸດປະສົງເພື່ອເປັນການປູກຈິດສໍານຶກທີ່ດີໃຫ້ກັບເຍົາວະຊົນ ແລະ ປະຊາຊົນ ໃຫ້ຄໍານຶງເຖິງຄວາມສໍາຄັນຂອງການອະນຸຮັກສັດນໍ້າ-ສັດປ່າ

ບໍ່ໃຫ້ສູນພັນຈາກການກະທໍາຂອງມະນຸດທັງທາງກົງ ແລະ ທາງອ້ອມ ແລະ ຮ່ວມເປັນສ່ວນສໍາຄັນໃນການຊ່ວຍປັບສົມດຸນໃຫ້ກັບລະບົບນິເວດ ດ້ວຍການຟື້ນຟູສະພາບຂອງແຫຼ່ງນໍ້າ ແລະ ປ່າຕົ້ນນໍ້າ ໃຫ້ມີຄວາມສົມບູນຫຼາຍຂຶ້ນ.

 ວຽງມາ – ນໍາສະເໜີ

error: Content is protected !!