ຜທ ຫາລືວຽກງານການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

 ກອງປະຊຸມຊຸກຍູ້ແນະນຳການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນການລົງທຶນຂອງລັດ ປະຈຳປີ 2023 ຈັດຂຶ້ນວັນທີ 14 ກໍລະກົດ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ) ໂດຍເປັນປະທານຂອງທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງ ຜທ ມີບັນດາທ່ານຮອງລັດຖະມົນຕີ ຮອງຫົວໜ້າອົງການ ຫົວໜ້າ-ຮອງຫົວໜ້າກົມ ບັນດາກະຊວງ ແລະ ອົງການລັດທຽບເທົ່າກະຊວງເຂົ້າຮ່ວມ.

 ທ່ານນາງ ພອນວັນ ອຸທະວົງ ກ່າວ່ວາ: ກອງປະຊຸມຄັ້ງນີ້ ເພື່ອເຜີຍແຜ່ ແລະ ຜັນຂະຫຍາຍຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເລກທີ 09/ນຍ ວ່າດ້ວຍການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2023 ແລະ ສະເໜີຮ່າງຄຳແນະນຳຂອງກະຊວງແຜນການ ແລະ ການລົງທຶນ ກ່ຽວກັບການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ປະຈຳປີ 2023 ໃຫ້ເປັນອັນລະອຽດ ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ ອົງການລັດທຽບເທົ່າກະຊວງ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນລັດ ປະຈຳປີ 2023 ແລະ ການປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການແກ້ໄຂບັນຫາຢາເສບຕິດ ດໍາເນີນຢ່າງຖືກທິດ ເພື່ອຮັບປະກັນທິດທາງ ຄາດໝາຍ ແລະ ວຽກງານຈຸດສຸມຂອງລັດຖະບານໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີໝາກຜົນ ເຊິ່ງປີ 2023 ຍັງສືບຕໍ່ເລັ່ງໃສ່ການຄຸ້ມຄອງເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ ການຍູ້ແຮງໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ໃຫ້ໄປຕາມທິດທີ່ມີຄຸນນະພາບ ສີຂຽວ ແລະ ຍືນຍົງ ຊຸກຍູ້ການຜະລິດພາຍໃນຮັບໃຊ້ສັງຄົມໃຫ້ພຽງພໍ ແນໃສ່ການຄໍ້າປະກັນສະບຽງອາຫານ ແລະ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ ນຳໃຊ້ທ່າແຮງບົ່ມຊ້ອນໃຫ້ກາຍເປັນທ່າແຮງການພັດທະນາຢ່າງແທ້ຈິງ ຄຽງຄູ່ກັບການພັດທະນາດ້ານເສດຖະກິດ ກໍຍັງຕ້ອງໄດ້ສຸມໃສ່ການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ສ້າງແຮງງານທີ່ຕອບສະໜອງໄດ້ຄວາມຕ້ອງການຂອງການພັດທະນາ ໂດຍຕິດພັນກັບການລະດົມທຶນເຂົ້າໃສ່ການພັດທະນາ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິພາບ.

 # ຊິລິການດາ

error: Content is protected !!