ເມືອງໄຊຍະບູລີ ຈະປ່ອຍປາຫຼາຍກວ່າ 8 ລ້ານໂຕ ສູ່ນ້ຳທຳມະຊາດ

      ແຫຼ່ງຂ່າວຈາກແຂວງໄຊຍະບູລີ ລາຍງານໃຫ້ຮູ້ວ່າ: ເມືອງໄຊຍະບູລີ ແຂວງໄຊຍະບູລີ ມີແຜນຈະປ່ອຍປາລົງສູ່ແມ່ນ້ຳທຳມະຊາດ ທັງໝົດ 8.500.000 ໂຕ ເນື່ອງໃນໂອກາດວັນອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ທັງນີ້ກໍເພື່ອແນໃສ່ປົກປັກຮັກສາ ເຮັດໃຫ້ສັດນ້ຳ ແລະ ສັດປ່າ ໄດ້ຮັບການຄຸ້ມຄອງ ແລະ ເພີ່ມຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດ ມີການຄຸ້ມຄອງນຳໃຊ້ແບບຍືນຍົງ ຕາມນະໂຍບາຍທີ່ພັກ-ລັດ ວາງອອກ ໂດຍບໍ່ມີວັນບົກແຫ້ງ.

 ທ່ານ ບຸນແທນ ທິແກ້ວ ເຈົ້າເມືອງໄຊຍະບູລີ ລາຍງານໃຫ້ຮູ້ວ່າ: ໃນໂອກາດທີ່ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະ ເຂົ້າຮ່ວມພິທີປ່ອຍປາ ທີ່ທ່າຜາມໄຊ ບ້ານປົ່ງ ເມືອງໄຊຍະບູລີ ແຂວງໄຊຍະບູລີ ເພື່ອສະຫລອງວັນອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ໃນວັນທີ 13 ກໍລະກົດ 2022 ສະເພາະເມືອງໄຊຍະບູລີ ມີແຜນຈະປ່ອຍປາທັງໝົດ ຈຳນວນ 8.500.000 ໂຕ ໃນນີ້ໄດ້ປ່ອຍປາກ່ອນວັນທີ 13 ກໍລະກົດ 2022 ແລ້ວຈຳນວນ 5.250.000 ໂຕ ລົງສູ່ອ່າງນ້ຳຂອງ ບ້ານທ່າເດື່ອ ໃນວັນທີ 1 ມິຖຸນາ 2022 ຜ່ານມາ ໄດ້ປ່ອຍທັງໝົດ 36.000 ໂຕ ສະເພາະ ວັນທີ 13 ກໍລະກົດ ມີປາປ່ອຍທັງໝົດ 250.000 ໂຕ ໃນນີ້ໄດ້ແບ່ງອອກເປັນ 6 ຈຸດຄື: ຈຸດທ່າຜາມໄຊ ບ້ານປົ່ງ ຈໍານວນ 1 ແສນໂຕ ຈຸດວັງບວດບ້ານ ວັງຊອຍ ຈໍານວນ 16.500 ໂຕ ຈຸດວັງບວດບ້ານ ສີເມືອງ ກ້ອງຂົວຂ້າມແມ່ນໍ້າຮຸ່ງ ຈໍານວນ 16.500 ໂຕ ຈຸດວັງບວດ ບ້ານໃຫຍ່ 16.500 ໂຕ ຈຸດວັງບວດ ບ້ານນາຕໍນ້ອຍ ຈໍານວນ 16.500 ໂຕ ແລະ ຈຸດອ່າງນໍ້າຕຽນ 70.000 ໂຕ ປາທີ່ນຳມາປ່ອຍໃນປີນີ້ ປະກອບມີ 4 ຊະນິດປາ ຄື: ປານິນ ປາໄນ ປາປາກ ແລະ ປາອິນເດຍ.

error: Content is protected !!