ຮຽກຮ້ອງໃຫ້ທຸກພາກສ່ວນຕ້ອງເປັນເຈົ້າການຕ້ານພະຍາດໄຂ້ຍຸງລາຍ

ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ຮ່ວມກັບກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມປຸກລະດົມສື່ມວນຊົນ ເພື່ອໂຄສະນາຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ໃນວັນທີ 13 ກໍລະກົດ 2022 ທີ່ສະໂມສອນສື່ມວນຊົນ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ລາຊະມູນຕີ ອະດິດຮອງລັດຖະມົນຕີກະຊວງ ຖວທ ປະທານສະມາຄົມນັກຂ່າວ ທ່ານ ຊົງເລົາ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ທ່ານ ດຣ ບຸນທະວີ ເດດບັນດິດ ຮອງຫົວໜ້າພະແນກສາທາລະນະສຸກ ນວ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ ພ້ອມພະແນກການທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ ຊົງເລົາ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ກ່າວວ່າ: ວຽກງານສາທາລະນະສຸກ ຫຼື ວຽກງານກ່ຽວກັບການຮັກສາສຸຂະພາບ ໂດຍສະເພາະການມີສ່ວນຮ່ວມໃນວຽກງານຕ້ານພະຍາດໄຂ້ຍຸງລາຍ ເມື່ອຟັງແລ້ວຄືຊິເຮັດບໍ່ຍາກ ແຕ່ການຈັດຕັ້ງປະຕິບັດຕົວຈິງແລ້ວ ແມ່ນວຽກງານໜຶ່ງທີ່ພົບຄວາມຫຍຸ້ງຍາກພໍສົມຄວນ ຍ້ອນວ່າປະຊາຊົນລາວ ເວົ້າລວມ ເວົ້າສະເພາະ ແມ່ນຊາວນະຄອນຫຼວງຂອງພວກເຮົາ ສ່ວນຫຼາຍຍັງບໍ່ທັນເຂົ້າໃຈຢ່າງເລີກເຊິ່ງ ກ່ຽວກັບການມີສ່ວນຮ່ວມ ແລະ ເປັນເຈົ້າການຕ້ານພະຍາດໄຂ້ຍຸງລາຍ ໃນຄວາມເປັນຈິງແລ້ວ ການປ້ອງກັນ ແລະ ຕ້ານພະຍາດດັ່ງກ່າວ ແມ່ນໜ້າທີ່ຂອງໝົດທຸກຄົນໃນສັງຄົມ ຍ້ອນວ່າສຸຂະພາບເປັນຂອງໝົດທຸກຄົນ. ພະຍາດໄຂ້ຍຸງລາຍ ສ່ວນໃຫຍ່ມັກເກີດຢູ່ບ່ອນທີ່ມີປະຊາກອນອາໄສຢູ່ຢ່າງໜາແໜ້ນ ຫຼື ໃນເທສະບານເມືອງ ແລະ ເລີ່ມຂະຫຍາຍອອກສູ່ເຂດຊົນນະບົດ ເກີດຂື້ນແບບກະແຈກກະຈາຍທົ່ວໄປ ຈາກເຂດທີ່ເຄີຍເກີດລະບາດ ໄປຫາເຂດທີບໍ່ເຄີຍມີໄຂ້ຍຸງລາຍມາກ່ອນ.

ສໍາລັບນະຄອນຫຼວງວຽງຈັນ ການລະບາດຂອງພະຍາດໄຂ້ຍຸງລາຍ ເລີ່ມແຕ່ຕົ້ນປີມາເຖິງວັນທີ 11 ກໍລະກົດ 2022 ທົ່ວນະຄອນຫຼວງວຽງຈັນ ມີຄົນເຈັບໄຂ້ຍຸງລາຍທັງ: 3.894 ເສຍຊີວິດ 5 ກໍລະນີ ມີກໍລະນີລາຍງານທັງໝົດ 9 ເມືອງ ກວມເອົາ 363 ບ້ານ ເມືອງທີ່ມີກໍລະນີແມ່ນເມືອງໄຊທານີ 1 ກໍລະນີ ໄຊເສດຖາ 1 ກໍລະນີ ຈັນທະບູລີ 2 ກໍລະນີ ສີໂຄດຕະບອງ 1 ກໍລະນີ ເມືອທຽບກັບຕົວເລກທົ່ວປະເທດ ນະຄອນຫຼວງວຽງຈັນ ກວມເອົາ 57% (ທົ່ວປະເທດມີຄົນເຈັບໄຂ້ຍຸງລາຍ 6.760 ເສຍຊີວິດ 8 ກໍລະນີ). ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ບັນດາສື່ມວນຊົນ ຖືເອົາວຽກງານນີ້ເປັນວຽກງານບູລິມະສິດ ຊ່ວຍໂຄສະນາປຸກລະດົມໃຫ້ຂໍ້ມູນຂ່າວສານ ເພື່ອປ່ຽນແປງພຶດຕິກຳຂອງປະຊາຊົນ ໄດ້ເອົາໃຈໃສ່ການປະຕິບັດ 5 ປ ໃຫ້ໄດ້ຮັບຜົນສຳເລັດຢ່າງໃຫ່ຍຫຼວງ ແລະ ເປັນເຈົ້າການໃນການທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍ ບໍໍ່ມີໜອນນໍ້າຍຸງລາຍ ບໍ່ມີໄຂ້ຍຸງລາຍ ເພາະວ່າຍຸງລາຍ ເກີດ ແລະ ແພ່ພັນຢູ່ນໍາເຮືອນຂອງປະຊາຊົນ ແລະ ສໍາຄັນອີກອັນໜຶ່ງ ຖ້າມີຄົນເປັນໄຂ້ ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ຊື້ຢາມາກິນເອງ ຫຼື ໄປກວດຢູ່ຄລີນິກ ຫຼື ໃສ່ນໍ້າທະເລຢູ່ເຮືອນເດັດຂາດ ເພາະອາດຈະພາໃຫ້ມີອາການສົນ ແລະ ພາໃຫ້ເສຍຊີວິດໄດ້.

 # ຊິລິການດາ

error: Content is protected !!