ອົງການສຸພະນິມິດສາກົນ ມອບອາຄານຮຽນ ຫ້ອງນ້ຳ ແລະ ລະບົບນ້ຳບາດານໃຫ້ເມືອງທ່າປາງທອງ

ພິທີມອບອາຄານຮຽນຫຼັງໃໝ່ 4 ແຫ່ງ ຫ້ອງນ້ຳ 13 ຫຼັງ ແລະ ລະບົບນ້ຳບາດານ 13 ແຫ່ງ ໃຫ້ແກ່ອຳນາດການປົກຄອງ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ຈັດຂຶ້ນວັນທີ 11 ກໍລະກົດ 2022 ຜ່ານມາ ຢູ່ເມືອງດັ່ງກ່າວ ໂດຍມີທ່ານ ນາງ ຫຼິງທອງ ແສງຕະວັນ ຮອງເຈົ້າແຂວງສະຫວັນນະເຂດ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ ແລະ ທ່ານ ນາງ ໂຣສ໌ລິນ ແຮນຊັນ ກາບຼິວ ຜູ້ອໍານວຍການ ອົງການສຸພະນິມິດສາກົນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຄະນະນຳຂອງເມືອງທ່າປາງທອງ ຄະນະຜູ້ບໍລິຫານການສຶກສາ ພະນັກງານຄູ-ອາຈານ ແຂກຖືກເຊີນ ພາກສ່ວນກ່ຽວຂ້ອງ ແລະ ນັກຮຽນເຂົ້າຮ່ວມ.

ພາຍຫຼັງການກໍ່ສ້າງໄດ້ບໍ່ເທົ່າໃດເດືອນ ອາຄານຮຽນ 13 ຫຼັງ ຢູ່ທີ່ເມືອງທ່າປາງທອງ ແຂວງສະຫວັນນະເຂດ ແມ່ນມີຄວາມພ້ອມທີ່ຈະຕ້ອນຮັບນັກຮຽນ ຊັ້ນ ປ1-ປ5 ຫຼາຍກວ່າ 1.000 ຄົນ ພ້ອມດ້ວຍສິ່ງອໍານວຍຄວາມສະດວກໃນໂຮງຮຽນເຊັ່ນ: ອາຄານຮຽນຫຼັງໃໝ່ໃນ 4 ບ້ານ ຫ້ອງນໍ້າ ແລະ ລະບົບນໍ້າບາດານໃນ 13 ໂຮງຮຽນ ການກໍ່ສ້າງດັ່ງກ່າວ ໄດ້ຈັດຕັ້ງປະຕິບັດໂດຍອົງການສຸພະນິມິດສາກົນ ປະຈໍາ ສປປ ລາວ (WVI-L) ເລີ່ມລົງມືກໍ່ສ້າງ ແລະ ປັບປຸງ ໃນວັນທີ 9 ມີນາ 2022 ຫາ 25 ມິຖຸນາ 2022 ເຊີ່ງການກໍ່ສ້າງໂຮງຮຽນແມ່ນຊັກຊ້າໄປເກືອບ 1 ເດືອນ ຍ້ອນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ມູນຄ່າກ່ານກໍ່ສ້າງທັງໝົດ 327.749 ໂດລາ ປະມານ ເກືອບ 5 ຕື້ກີບ ແລະ ລວມທັງການສ້າງບ່ອນຫຼີ້ນໃຫ້ແກ່ເດັກນ້ອຍອີກໃນ 7 ໂຮງຮຽນ ເຊິ່ງເປັນທຶນຂອງອົງການສຸພະນິມິດສາກົນທັງໝົດ ເຊິ່ງໄດ້ມາຈາກການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ ແລະ ຜູ້ໃຫ້ທຶນສ່ວນບຸກຄົນໃນຍີ່ປຸ່ນ ທີ່ມີຄວາມກະຕືລືລົ້ນ ມຸ່ງໝັ້ນໃຫ້ການສະໜັບສະໜູນເດັກນ້ອຍລາວ ທັງນີ້ກໍເພື່ອເປັນການປະກອບສ່ວນເຂົ້າໃນໂຄງການປັບປຸງການອ່ານ ຄວາມກ້າວໜ້າຂອງເດັກ ແລະ ສະພາບແວດລ້ອມໃນໂຮງຮຽນ (iREAD) ເພື່ອຊຸກຍູ້ການຮຽນຂອງເດັກນ້ອຍລາວໃນຊຸມຊົນ ຊົນນະບົດ ໄດ້ຮັບການພັດທະນາດີຂຶ້ນ.

ນໍາສະເໜີ: ບຸນມີ

error: Content is protected !!