ຮອງປະທານປະເທດຕ້ອນຮັບທູດອີຕາລີປະຈຳລາວຢ້ຽມອຳລາ

   ວັນທີ  13 ກໍລະກົດ 2022 ທີ່ຫໍປະຊຸມສະພາແຫ່ງຊາດ ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ  ທ່ານ ລໍເຣັນໂຊ ກາລັງຕີ ເອກອັກຄະລັດຖະທູດ ອີຕາລີ ປະຈໍາ ສປປ ລາວ ໂດຍມີສຳນັກງານຕັ້ງຢູ່ນະຄອນຫຼວງບາງກອກ ຣາຊະອານາຈັກໄທ ເນື່ອງໃນໂອກາດສໍາເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ອີຕາລີ ປະຈໍາ ສປປ ລາວ.

  ໂອກາດນີ້ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນສໍາເລັດຕໍ່ການປະຕິບັດໜ້າທີ່ຂອງທ່ານ ລໍເຣັນໂຊ ກາລັງຕີ  ເຊິ່ງຕະຫຼອດໄລຍະການປະຕິບັດໜ້າທີ່ຜ່ານມາຂອງທ່ານ ໄດ້ປະກອບສ່ວນອັນສຳຄັນໃນການຮັດ ແໜ້ນຄວາມສາມັກຄີ ເສີມສ້າງສາຍພົວພັນການທູດ  ກໍຄືການຮ່ວມມືດ້ານຕ່າງໆຂອງສອງປະເທດລາວ-ອີຕາລີ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນັ້ນທ່ານຮອງປະທານປະເທດ  ຍັງອວຍພອນໃຫ້ທ່ານ ລໍເຣັນໂຊ ກາລັງຕີ  ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານອັນໃໝ່ຂອງທ່ານ. 

   ໂອກາດນີ້ທ່ານ ລໍເຣັນໂຊ ກາລັງຕີ ໄດ້ສະແດງຄວາມຂອບໃຈຕໍ່ຮອງປະທານປະເທດ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຂອບໃຈຕໍ່ການນໍາພັກ ແລະ ລັດຖະບານລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອອໍານວຍຄວາມສະດວກຕ່າງໆໃຫ້ແກ່ຕົນ ໄລຍະທີ່ດໍາລົງຕໍາແໜ່ງເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມຂອງອີຕາລີ ປະຈໍາ ສປປ ລາວ ປະກອບສ່ວນເຮັດໃຫ້ການປະຕິບັດໜ້າທີ່ໄດ້ຮັບຜົນສໍາເລັດຕາມການມອບ  ໝາຍ.

error: Content is protected !!