ຮອງນາຍົກລັດຖະມົນຕີ ຕ້ອນຮັບທູດອີຕາລີເຂົ້າຢ້ຽມອຳລາ

ໃນວັນທີ 13 ກໍລະກົດ 2022 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ລໍເຣັນ ໂຊ ກາລັງຕີ (Lorenzo Galanti) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອີຕາລີ ປະຈໍາ ສປປ ລາວ ເຊິ່ງມີສຳນັກງານຕັ້ງຢູ່ບາງກອກ ລາຊະອານາຈັກໄທ ໃນໂອກາດທີ່ທ່ານໄດ້ສໍາເລັດການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາວູງຕໍ່ຜົນສຳເລັດຂອງທ່ານທູດ ຕະຫຼອດໄລຍະການດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ອີຕາລີ ປະຈຳ ສປປ ລາວ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ຄວາມພະຍາຍາມໃນການເຄື່ອນໄຫວຂອງທ່ານທູດ ໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ລາວ-ອີຕາລີ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍດີຂຶ້ນເລື້ອຍໆ ພ້ອມກັນນີ້ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງມາຍັງລັດຖະບານ ແລະ ປະຊາຊົນອີຕາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນແກ່ ສປປ ລາວ ໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເປັນຕົ້ນແມ່ນ ການຊ່ວຍເຫຼືອໂຄງການປະຕິສັງຂອນມໍລະດົກໂລກ ວັດພູຈຳປາສັກ ແລະ ມໍລະດົກໂລກ ຫຼວງພະບາງ ແລະ ໂຄງການສູນຊີວະນາໆພັນທີ່ແຂວງບໍລິຄໍາໄຊ ທ່ານຮອງນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ ທ່ານທູດ ລໍເຣັນໂຊ ກາລັງຕີ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານອັນໃໝ່ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ.

ທ່ານທູດ ລໍເຣັນໂຊ ກາລັງຕີ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການ ທູດ ຢູ່ ສປປ ລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ ພ້ອມດຽວກັນນີ້ ທ່ານທູດ ລໍເຣັນໂຊ ກາລັງຕີ ກໍໄດ້ສະແດງຄວາມຍິນດີຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ອີຕາລີ ໃຫ້ນັບມື້ໄດ້ຮັບການຍົກລະດັບຂຶ້ນສູ່ບາດກ້າວອັນໃໝ່.

error: Content is protected !!