ທີມຊາດລາວ ຊະນະ ທີມຊາດໄທ 2-0 ສ້າງປະຫວັດສາດ ຜ່ານເຂົ້າຊີງຊະນະເລີດ ບານເຕະ ຢູ-19 ຊີງແຊັມອາຊຽນ

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ (U-19) ພາຍໃຕ້ການຄຸມທີມຂອງ ໄມເຄິລ ໄວ ຄູເຝິກຊາວເຢຍລະມັນ ສາມາດພາທີມເອົາຊະນະ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 19 ປີ 2-0 ຜ່ານເຂົ້າໄປຊີງຊະນະເລີດກັບ ທີມຊາດມາເລເຊຍ ໃນວັນທີ 15 ກໍລະກົດ 2022 ສົ່ງຜົນໃຫ້ທີມຊາດລາວ ອາຍຸ 19 ປີ ສ້າງປະຫວັດສາດໃຫ້ປະເທດຢ່າງສຳເລັດ ຜົນ ກ່ອນໜ້ານີ້ U-19 ຜ່ານເຂົ້າຮອບຮອງຊະນະເລີດ 4 ຄັ້ງ ດີທີ່ສຸດຈົບອັນດັບສາມ ທັງ 3 ຄັ້ງ ປີ 2002 2005 ແລະ 2015.

 ກ່ອນທີ່ທີມຊາດລາວ ຈະພົບກັບ ໄທ ໃນລາຍການນີ້ ສະຖິຕິທີມຊາດລາວ ພົບກັບ ໄທ ບໍ່ສາມາດຊະນະ ໄທ ໄດ້ຈາກ 5 ນັດ ສະຖິຕິ ໄທ ຊະນະ 3-0 (ຮອບທຳອິດ ປີ 2003) ໄທ ຊະນະ 2-1 (ຮອບທຳອິດ 2015) ໄທ ຊະນະ 2-1 (ຮອບທຳອິດ 2016) ໄທ ຊະນະ 2-1 (ຮອບທຳອິດ 2017) ໄທ ຊະນະ 3-0 (ຮອບທຳອິດ 2018) ແຕ່ເທື່ອນີ້ ທີມຊາດລາວ ສາມາດເອົາຊະນະໄທ ໄປໄດ້ 2-0 ເປັນໄຊຊະນະຄັ້ງທຳອິດໃນຮອບ 19 ປີ.

 ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ລົງແຂ່ງຂັນໃນລາຍການນີ້ ປາກົດວ່າສາມາດເກັບໄຊຊະນະ 5 ນັດຕິດຕໍ່ກັນ ຮອບທຳອິດ ຊະນະ ຕີມໍ ເລສເຕ 2-0 ຊະນະ ກຳປູເຈຍ 2-1 ຊະນະສິງກະໂປ 3-1 ຊະນະ ມາເລເຊຍ 1-0 ຮອບຮອງຊະນະເລີດ ຊະນະ ໄທ 2-0 ເປັນຜົນງານທີ່ດີທີ່ສຸດຂອງທີມຊາດລາວ ໃນລາຍການນີ້.

 # ສີພອນ

error: Content is protected !!