ເປີດຕົວໂຄງການບົດລາຍງານການເຄື່ອນຍ້າຍຖິ່ນຖານແຫ່ງ ສປປ ລາວ

    ກະຊວງແຜນການ ແລະ ການລົງທຶນ ຮ່ວມມກັບອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ຈັດກອງປະຊຸມເປີດຕົວໂຄງການບົດລາຍງານການເຄື່ອນຍ້າຍຖິ່ນຖານແຫ່ງ ສປປ ລາວ ຂຶ້ນໃນວັນທີ 13 ກໍລະກົດ 2021 ທີ່ໂຮງແຮມຄຣາວພລາຊາ ໂດຍມີທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ຊາຣີນ ທຸລາດາ ຫົວໜ້າຫ້ອງການອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາກະຊວງທີ່ເຮັດວຽກຕິດພັນກັບວຽກງານພາຍໃນໂຄງການ ເຂົ້າຮ່ວມ.

    ຈຸດປະສົງໂດຍລວມຂອງໂຄງການ ແມ່ນເພື່ອປະກອບສ່ວນເຂົ້າໃນວຽກງານການຄຸ້ມຄອງການເຄື່ອນຍ້າຍໃຫ້ມີປະສິດທິພາບຍິ່ງຂຶ້ນຢູ່ໃນ ສປປ ລາວ ບົນພື້ນຖານນະໂຍບາຍການຄຸ້ມຄອງການເຄື່ອນຍ້າຍທີ່ອິງໃສ່ຂໍ້ມູນຫຼັກຖານຕົວຈິງ ພ້ອມທັງພິຈາລະນາການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນໂຄງການ ຫຼັງຈາກໂຄງການສິ້ນສຸດລົງ ລັດຖະບານແຫ່ງ ສປປ ລາວ ຈະສາມາດນໍາໃຊ້ຂໍ້ມູນກ່ຽວກັບການເຄື່ອນຍ້າຍຖິ່ນຖານທີ່ສົມບູນ ແລະ ຄົບຖ້ວນ ເຂົ້າໃນການປັບປຸງ ແລະ ພັດທະນາວຽກງານນະໂຍບາຍທີ່ຕິດພັນກັບການເຄື່ອນຍ້າຍຖິ່ນຖານ.

    ກອງປະຊຸມໄດ້ຕົກລົງແຕ່ງຕັ້ງຄະນະຈັດຕັ້ງປະຕິບັດໂຄງການຂຶ້ນ ພ້ອມທັງກໍານົດບົດບາດ ແລະ ໜ້າທີ່ຮັບຜິດຊອບຂອງສະມາຊິກ ໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການ ຈົນຮອດທ້າຍປີ 2030 ຜູ້ເຂົ້າຮ່ວມທີ່ເປັນສະມາຊິກຂອງຄະນະຈັດຕັ້ງປະຕິບັດໂຄງການ ຍັງຈະໄດ້ຕົກລົງເຫັນດີ ແລະ ຮັບຮູ້ກ່ຽວກັບແຜນວຽກ ກໍຄືການແບ່ງໜ້າວຽກ ແລະ ກົນໄກການເຮັດວຽກຮ່ວມກັນ ຄະນະຈັດຕັ້ງປະຕິບັດໂຄງການຖືກຄາດການໃຫ້ສາມາດປະຕິບັດໜ້າທີ່ຕໍ່ ຫຼັງຈາກໂຄງການສິ້ນສຸດລົງ ແລະ ພ້ອມທັງມີສ່ວນຮ່ວມໃນການປຶກສາຫາລື ແລະ ວາງແຜນອອກນະໂຍບາຍກ່ຽວກັບການເຄື່ອນຍ້າຍໃນອະນາຄົດ ໂດຍສະເພາະແມ່ນການສານຕໍ່ຈັດຕັ້ງປະຕິບັດຜົນໄດ້ຮັບ ແລະ ຂໍ້ແນະນໍາຈາກບົດຄົ້ນຄວ້າດັ່ງກ່າວນີ້.

    ບົດລາຍງານການເຄື່ອນຍ້າຍຖິ່ນຖານແຫ່ງ ສປປ ລາວ ຈະປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ 2030 ພ້ອມທັງແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 9 ໂດຍສະເພາະແມ່ນຜົນໄດ້ຮັບທີ 6 ກ່ຽວກັບການບໍລິຫານຄຸ້ມຄອງ ເຊິ່ງໂຄງການດັ່ງກ່າວ ຈະປະກອບສ່ວນເຂົ້າໃນການພັດທະ ນານະໂຍບາຍໂດຍອີງໃສ່ຂໍ້ມູນຫຼັກຖານຕົວຈິງ ພ້ອມທັງການສົ່ງເສີມກົນໄກການປະສານງານລະຫວ່າງ ບັນດາອົງການຈັດຕັ້ງຂອງລັດ.

    ບົດລາຍງານການເຄື່ອນຍ້າຍຖິ່ນຖານ ເປັນບົດລາຍງານການຄົ້ນຄວ້າທີ່ພັດທະນາໂດຍບັນດາປະເທດສະມາຊິກຂອງອົງການ IOM ເພື່ອເພີ່ມທະວີຄວາມສາມາດໃນການຄຸ້ມຄອງການເຄື່ອນຍ້າຍ ລັດຖະບານ ສປປ ລາວ ເຂົ້າເປັນສະມາຊິກຂອງອົງການ IOM ໃນເດືອນມິຖຸນາ ປີ 2018 ບົດລາຍງານການເຄື່ອນຍ້າຍຖິ່ນຖານ ຈະເປັນເຄື່ອງມືທີ່ສໍາຄັນໃນການພັດທະນານະໂຍບາຍ ແລະ ໂຄງການກ່ຽວກັບການເຄື່ອນຍ້າຍພາຍໃນປະເທດ.

# ຂ່າວ – ພາບ : ສີພອນ

error: Content is protected !!