ໄຊພູທອງ ສາມາດອອກໃບຕາດິນປຸກສ້າງໄດ້ 11.182 ຕອນ

    ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງໄຊພູທອງ ແຂວງສະຫວັນນເຂດ ຈັດກອງປະຊຸມສະຫຼຸບວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ ວັນທີ 12 ກໍລະກົດ ຜ່ານມາ ມີທ່ານ ແສງທອງ ວັງແກ້ວມະນີ ເຈົ້າເມືອງໄຊພູທອງ ທ່ານ ພູທອນ ຍອດບຸນເຮືອງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງສະຫວັນນະເຂດ ຄະນະປະຈໍາພັກເມືອງ ກໍາມະການພັກເມືອງ ຫົວໜ້າຫ້ອງການ-ຄະນະຫ້ອງການຕະຫຼອດຮອດພະນັກງານຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງເຂົ້າຮ່ວມ.

    ທ່ານ ຕິກ ບຸດສະດີ ຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງໄຊພູທອງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022 ແລະ ເຜີຍແຜ່ນິຕິກໍາກັບວຽກງານທີ່ດິນຈໍານວນໜຶ່ງ ເຊິ່ງເມືອງໄຊພູທອງປະກອບມີ 40 ບ້ານ ທົ່ວເມືອງມີຕອນດິນຕາມສະຖິຕິຕາມສໍາມະໂນທີ່ດິນ 12 ໃນນັ້ນ ທີ່ດິນປຸກສ້າງ 11.182 ຕອນ ດິນກະສິກໍາ ແລະ ປະເພດດິນອື່ນໆ 12.296 ຕອນ ອອກໃບຕາດິນແລ້ວ 17.905 ຕອນ ທີ່ດິນປຸກສ້າງ 11.182 ຕອນ ທີ່ດິນກະສິກໍາ ແລະ ທີ່ດິນປະເພດອື່ນໆໄດ້ 6.723 ຕອນ ໃນຈໍານວນ 8 ບ້ານຂອງເມືອງ ສ່ວນດິນປຸກສ້າງໄດ້ອອກໃບຕາດິນໝົດແລ້ວ 40 ບ້ານ ໃນຈໍານວນຕອນດິນ 11.182 ຕອນ ປະຕິບັດໄດ້ 76,23% ຂອງຈໍານວນຕອນດິນທົ່ວເມືອງ ພ້ອມນັ້ນ ໄດ້ປັບປຸງຂໍ້ມູນສະຖິຕິສໍາມະໂນທີ່ດິນໄດ້ 12 ບ້ານ ເທົ່າກັບ 50% ຂອງແຜນການປີ ຮັບໃບຕາດິນຈາກຂະເເໜງທີ່ດິນແຂວງ ປີ 2021-2022 ຈໍານວນ 3.389 ຕອນ ຈ່າຍໃບຕາດິນໃຫ້ເຈົ້າຂອງສິດນໍາໃຊ້ທີ່ດິນ 1.893 ຕອນ ສ່ວນວຽກຕິດຕາມກວດກາສິ່ງແວດລ້ອມ ແລະ ດິນຟ້າອາກາດ ກວດກາຕິດຕາມຊຸກຍູ້ການນໍາໃຊ້ສະຖານທີ່ຖິ້ມຂີ້ເຫຍື່ອຂອງແຕ່ລະບ້ານໄດ້ 4 ບ້ານ ເທົ່າກັບ 50%.

# ຂ່າວ – ພາບ : ຂັນທະວີ

error: Content is protected !!