ຊາວໜຸ່ມວິທະຍາຄານກົມມະດຳ ຢ້ຽມຊົມອະນຸສອນສະຖານຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ

    ຄະນະຊາວໜຸ່ມ ວິທະຍາຄານກົມມະດຳ ເຂົ້າຢ້ຽມຊົມອະນຸສອນສະຖານ ຄຸກກັກຂັງຜູ້ນໍາພັກ-ແນວລາວຮັກຊາດ ຂອງລັດຖະບານຫຸ່ນວຽງຈັນທີ່ຄ້າຍໂພນເຄັງໃນອາທິດຜ່ານມາ ນຳພາໂດຍທ່ານ ພັນໂທ ບົວໄລ ພັນທະວົງ ຮອງຫົວໜ້າຫ້ອງການເມືອງ ວິທະຍາຄານກົມມະດຳ ມີພະແນກທີ່ກຽ່ວຂ້ອງ ພ້ອມດ້ວຍຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກເຂົ້າຮ່ວມ.

    ຈຸດປະສົງໃນການມາທັດສະນະຢ້ຽມຊົມອະນຸສອນຄຸກກັກຂັງຜູ້ນຳໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການຄໍານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ຂອງພັກ ຂອງກອງທັບ ໂດຍສະເພາະແມ່ນຄຳນັບຮັບຕ້ອນວັນຄ້າຍວັນເກີດຂອງທ່ານປະທານ ສຸພານຸວົງ ຄົບຮອບ 113 ປີ ແລະ ຄຳນັບຮັບຕ້ອນ 2 ວັນປະຫວັດສາດລາວ-ຫວຽດນາມ ໃຫ້ເປັນຂະບວນການຢ່າງກ້ວາງຂວາງ ແລະ ມີບັນຍາກາດເບີກບານມ່ວນຊື່ນພາຍໃນກົມກອງ ພ້ອມທັງໃຫ້ພະນັກງານ-ນັກຮົບ ຊາວໜຸ່ມໄດ້ຮັບຮູ້ກ່ຽວກັບວິລະກຳການໂຕນຄຸກໂພນເຄັງຄັ້ງມະຫັດສະຈັນຂອງຜູ້ນໍາແນວລາວຮັກຊາດ 16 ທ່ານ ນອກຈາກນັ້ນ ຍັງເປັນການຮຽນຮູ້ປະຫວັດສາດຂອງພັກ ຂອງຊາດ ຮຽນຮູ້ເຖິງມູນເຊື້ອພິລະອາດຫານຂອງບັນດາທ່ານຜູ້ນໍາຂອງການປະຕິວັດລາວ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອພາລະກິດລວມຂອງປະເທດຊາດ ເຊິ່ງໄດ້ກາຍເປັນບົດຮຽນອັນລໍ້າຄ່າໄວ້ໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮໍ່າຮຽນ ແລະ ສືບທອດຕໍ່ໆໄປ.

    ການຢ້ຽມຊົມຄັ້ງນີ້ ໃຫ້ກຽດຕ້ອນຮັບໂດຍທ່ານ ພັນໂທ ທານິນ ບຸນເນົາ ຫົວໜ້າພະແນກໂຄສະນາ-ຂະບວນການ ຫ້ອງການຊາວໜຸ່ມກອງທັບ ແລະ ນຳພາທ່ຽວຊົມໂດຍທ່ານຮ້ອຍເອກ ນາງ ນ້ອຍສຸດາ ສົມນໍ່ວັນ ຊ່ວຍວຽກນຳທ່ຽວ ພາຍໃຕ້ການບັນລະຍາຍຂອງທ່ານຮ້ອຍໂທ ນາງຈັນເພັງ ວົງດາລາ ແລະ ສະຫາຍ ກິດຕິພົງ ສຸ້ຍແກ້ວຈະເລີນ ໂດຍໄດ້ບັນລະຍາຍເຖິງບັນດາເຫດການຕໍ່ສູ້ທາງດ້ານການເມືອງ ການທະຫານ ແລະ ການຕ່າງປະເທດອັນຄ່ອງແຄ້ວ ສະຫຼາດສ່ອງໃສຂອງບັນດາຜູ້ນໍາແນວລາວຮັກຊາດໃນເວລາຖືກຄຸມຂັງ ແລະ ໃນເວລາໂຕນອອກຄຸກ ເພື່ອໄປສູ່ເຂດທີ່ໝັ້ນຂອງການປະຕິວັດຢ່າງປອດໄພທຸກປະການ.

error: Content is protected !!