ສນຊ ຫວນຄືນຊີວິດ ແລະ ການເຄື່ອນໄຫວຂອງທ່ານ ປະທານ ສຸພານຸວົງ

    ໃນວັນທີ 12 ກໍລະກົດ 2022 ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປາຖະກະຖາຫວນຄືນຊີວິດ ແລະ ການເຄື່ອນໄຫວຂອງທ່ານ ປະທານ ສຸພານຸວົງ ໃນໂອກາດວັນຄ້າຍວັນເກີດ ຄົບຮອບ 113 ປີ (13/7/1909-13/7/2022) ເປັນກຽດປາຖະກະຖາໂດຍທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ມີບັນດາທ່ານຮອງປະທານ ສນຊ ຫົວໜ້າຫ້ອງການ ຫົວໜ້າກົມ ຫົວໜ້າ ສູນເຝິກອົບຮົມ ແລະ ພະນັກງານ-ລັດຖະກອນ ສນຊ ເຂົ້າຮ່ວມ.

    ທ່ານ ສີນາວາ ສຸພານຸວົງ ໄດ້ຫວນຄືນຊິວິດການເຄື່ອນໄຫວ ແລະ ຜົນງານທີ່ພົ້ນເດັ່ນຂອງ ທ່ານ ປະທານ ສຸພາ ນຸວົງ ໂດຍຫຍໍ້ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ທ່ານ ປະທານ ສຸພານຸວົງ ໄດ້ເຂົ້າສຶກສາຊັ້ນປະຖົມຢູ່ຫຼວງພະບາງ ຊັ້ນມັດທະຍົມຢູ່ນະຄອນ ຫຼວງຮ່າໂນ້ຍ ສສ ຫວຽດນາມ ແລະ ສຶກສາຕໍ່ລະດັບປະລີນຍາຕີ ສາຂາວິສາວະກຳກໍ່ສ້າງ ແລະ ຂົວທາງ ຢູ່ນະຄອນຫຼວງປາລີ ປະເທດ ຝລັ່ງ ໄດ້ເຂົ້າຮ່ວມບັນດາຂະບວນການຕໍ່ສູ້ຢ່າງພິລະອາດຫານຕ້ານຈັກກະພັດພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ປະທານ ສຸພານຸວົງ ແມ່ນເປັນຜູ້ນໍາທີ່ມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດຢ່າງເດັດຂາດ ຕໍ່ສູ້ຢ່າງພິລະອາດຫານບໍ່ຍອມຈໍານົນ ຍາມໃດກໍ່ໄດ້ຍົກສູງສະຕິເປັນເຈົ້າຕໍ່ການຈັດຕັ້ງ ນັບຖືໝູ່ຄະນະ ເອື້ອເຟື້ອ ຮັກແພງມິດສະຫາຍຢ່າງຈິງໃຈ ມີທັດສະນະຫຼັກໝັ້ນອັນໜັກແໜ້ນ ແລະ ນໍ້າໃຈເສຍສະຫຼະອັນສູງສົ່ງ ເພື່ອຊາດເພື່ອປະຊາ ຊົນ ເປັນໜຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວເຜົ່າຕ່າງໆ ທ່ານໄດ້ອຸທິດໝົດຈິດ   ໝົດໃຈ ໝົດຄວາມສາມາດ ແລະ ຫົວຄິດປະດິດສ້າງຂອງຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ.

    ທັງນີ້ເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຮັບຮູ້ ເຊື່ອມຊຶມ ແລະ ກໍາແໜ້ນກ່ຽວກັບບັນດາຜົນງານຂອງຜູ້ນຳພັກ-ລັດ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ ໃນການຕໍ່ສູ້ກັບພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບ   ໃໝ່ ທັງເປັນການສຶກສາອົບຮົມ ການຮໍ່າຮຽນເອົາມູນເຊື້ອຮັກຊາດ ຄວາມສາມັກຄີ ນ້ຳໃຈຕໍ່ສູ້ກູ້ຊາດບໍ່ຍອມຈຳນົນອັນພິລະອາດຫານ ນ້ຳໃຈເສຍສະຫຼະອັນສູງສົ່ງຂອງຜູ້ນຳພັກ-ລັດ ທີ່ມີຕໍ່ປະເທດຊາດ.

    ນອກຈາກນັ້ນໃນພິທີ ຍັງໄດ້ຮັບຟັງການລາຍງານ ແຜນການຈັດຕັ້ງປະຕິບັດ ການສະເຫຼີມ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຂອງສູນກາງແນວລາວສ້າງຊາດຕື່ມອີກ.

error: Content is protected !!