ກະຊວງກະສິກຳ ແລະ ປ່າໄມ້ ປ່ອຍປາລົງສູ່ອ່າງນໍ້າຊ່ວງ ຫຼາຍກວ່າ 300.000 ໂຕ

    ກະຊວງກະສິກຳ ແລະ ປ່າໄມ້ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ (ນວ) ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາຊາຍທອງ ຈັດພິທີສະເຫຼີມສະຫຼອງວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2022 ທີ່ອ່າງນໍ້າຊ່ວງ ບ້ານສີວິໄລ ເມືອງນາຊາຍທອງ ນວ ມີທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຮອງລັດຖະມົນຕີ ຕາງໜ້າກົງສູນຮົງກາລີປະຈຳ ສປປ ລາວ ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ຫົວໜ້າກົມ ຮອງກົມ ຫົວໜ້າພະແນກ ເຈົ້າເມືອງ ຮອງເຈົ້າເມືອງ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກຳ ແລະ ປ່າໄມ້ກ່າວວ່າ ວັນທີ 13 ກໍລະກົດ ເປັນວັນທີ່ພັກ ແລະ ລັດຖະບານໄດ້ກຳນົດເປັນວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ນັບແຕ່ປີ 1997 ເປັນຕົ້ນມາ ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບທຸກພາກສ່ວນທັງຂັ້ນສູນກາງ ແລະ ທ້ອງຖິ່ນ ໃນການໃຫ້ຄວາມສຳຄັນຕໍ່ວັນປ່ອຍປາ ແລະ ອະນຸຮັກສັດນໍ້າ-ສັດປ່າແຫ່ງຊາດ ດ້ວຍການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການປະມົງ ກົດໝາຍວ່າດ້ວຍສັດນໍ້າ ແລະ ສັດປ່າ ແລະ ບັນດານິຕິກຳຕ່າງໆຢ່າງກວ້າງຂວາງໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ທຸກພາກສ່ວນໃນສັງຄົມໄດ້ເຂົ້າໃຈ ແລະ ເອົາໃຈໃສ່ຕໍ່ວຽກງານການພັດທະນາ ການອະນຸຮັກ ການຄຸ້ມຄອງ ແລະ ນຳໃຊ້ ສັດນໍ້າ-ສັດປ່າໃຫ້ມີຄວາມຍືນຍົງ ປະກອບສ່ວນເຂົ້າໃນການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ພ້ອມທັງຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ປະຊາຊົນລາວເພີ່ມຂຶ້ນ ຈາກການປະກອບສ່ວນດັ່ງກ່າວ ໄດ້ເຮັດໃຫ້ຈຳນວນການປ່ອຍປາ ແລະ ສັດນໍ້າໃນແຕ່ລະປີເພີ່ມຂື້ນຕາມລຳດັບຄື: ປີ 2020 ໄດ້ປ່ອຍປາ ແລະ ສັດນໍ້າຄືນສູ່ທຳມະຊາດໄດ້ 55 ລ້ານໂຕ ປີ 2021 ໄດ້ 58 ລ້ານກວ່າໂຕ ແລະ ປີ 2022 ຄາດໝາຍໃຫ້ໄດ້ 60 ລ້ານ ໃນຂອບເຂດທົ່ວປະເທດ ສະເພາະຢູ່ ນວ ແຜນການແມ່ນ 8 ລ້ານໂຕ ສຳລັບພິທີທາງການມື້ນີ້ ໄດ້ປ່ອຍປາລົງອ່າງນໍ້າຊວງ 300.000 ກວ່າໂຕ ເຊິ່ງມີປາປາກ ປາສ້ອຍ ປາເພ້ຍ ປາເໝັ້ນ ປາກົດ ປາເຄີງ ປາເຂັງ ແລະ ປາຊວາຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!