ອະດີດນັກສຶກສາລາວຈົບຈາກ ສ ເກົາຫຼີ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ແກ່ສູນສົ່ງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກີລາ ວັນທີ 11 ກໍລະກົດ 2022 ທີ່ກະຊວງສຶກສາທິການ ແລະ ກີລາ (ເຂດເຈົ້າອະນຸວົງ) ກ່າວມອບໂດຍທ່ານ ນາງ ທອງມາລາ ແກ້ວລາ ຕາງໜ້າໃຫ້ອະດີດນັກສຶກສາລາວທີ່ໄດ້ສຳເລັດການສຶກສາຈາກ ສ ເກົາຫຼີ ກ່າວຮັບໂດຍທ່ານ ກອງຄໍາ ບາສີໂສມ ຜູ້ອຳນວຍການໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ ແຂວງຫຼວງພະບາງ ມີທ່ານ ຫຸມພັນ ແກ້ວອຸ່ນຄໍາ ຮອງຜູ້ອຳນວຍການສູນສົ່ງເສີມການສຶກສາຮຽນຮ່ວມ ພ້ອມດ້ວຍບັນດາອະດີດນັກສຶກສາລາວທີ່ສຳເລັດການສຶກສາຈາກ ສ ເກົາຫຼີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ທອງມາລາ ແກ້ວລາ ກ່າວວ່າ: ຈຸດ​ປະ​ສົງຂອງ​​ການມອບ​ເຄື່ອງຊ່ວຍເຫຼືອໃນມື້ນີ້ ແມ່ນການແບ່ງປັນນໍ້າໃຈຈາກບັນດາອະດີດນັກສຶກສາລາວທີ່ໄດ້ສຳເລັດການສຶກສາຈາກ ສ ເກົາຫຼີ ເພື່ອນຳໄປມອບໃຫ້ນັກຮຽນໃນໂຮງຮຽນສາມັນກິນນອນຊົນເຜົ່າສວນຫຼວງ ແຂວງຫຼວງພະບາງ ເພື່ອປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ເງິນສົດຈໍານວນໜຶ່ງ ມອບໃຫ້ໂຮງຮຽນນຳໄປເປັນກອງທຶນປູກຜັກປອດສານພິດຢູ່ໃນໂຮງຮຽນ ສ້າງສວນຄົວໃນໂຮງຮຽນ ເພື່ອຫຼຸດຜ່ອນລາຍຈ່າຍຂອງໂຮງຮຽນໃນການຊື້ອາຫານ ເຄື່ອງອຸປະໂພກ ແລະ ບໍລິໂພກ ຈໍານວນ 10 ແກັດ ມູນຄ່າ 14 ລ້ານກີບ ເງິນສົດ 2.999.000 ກີບ ລວມມູນຄ່າການປະກອບສ່ວນທັງໝົດ 16.999.000 ກີບ.

    ໂອກາດນີ້ ທ່ານ ກອງຄໍາ ບາສີໂສມ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນການນຳກະຊວງສຶກສາທິການ ແລະ ກີລາ ກໍຄືສູນສົ່ງເສີມການສຶກສາຮຽນຮ່ວມ ກະຊວງສຶກສາທິການ ແລະ ກີລາ ທີ່ໄດ້ຂົນຂວາຍທຶນຮອນກໍ່ໃຫ້ເກີດການຊ່ວຍເຫຼືອໃນຄັ້ງນີ້ ແລະ ຈະນຳເຄື່ອງຊ່ວຍເຫຼືອຄັ້ງນີ້ໄປແຈກຢາຍແກ່ນັກຮຽນ ພ້ອມຈະນຳໃຊ້ການຊ່ວຍເຫຼືອຄັ້ງນີ້ໃຫ້ເກີດປະໂຫຍດສູງສຸດ ແລະ ຫວັງວ່າຈະຮັບການຊ່ວຍເຫຼືອ ຈາກບັນດາທ່ານອີກໃນໂອກາດຕໍ່ໄປ.

error: Content is protected !!