ປຶກສາຫາລືບົດຮຽນກ່ຽວກັບການສົ່ງເສີມການຮຽນຮູ້

    ກອງປະຊຸມຖອດຖອນບົດຮຽນປະຈໍາປີຂັ້ນສູນກາງ ກ່ຽວກັບການສົ່ງເສີມການຮຽນຮູ້ໜັງສື 2022 ຈັດຂຶ້ນລະຫວ່າງວັນທີ 12-13 ກໍລະກົດ 2022 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍເປັນປະທານຮ່ວມຂອງທ່ານນາງ ຮສ ປອ ສີລິນທອນ ສັກລໍຄຳ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກີລາ ທ່ານ ນາງ ຈ່ອຍ ສະກຸລາຍ ຕາງໜ້າສະຖານທູດອາເມຣິກາປະຈຳລາວ ພ້ອມດ້ວຍບັນດາຫົວໜ້າກົມ ສະຖາບັນ ສູນ ພະແນກການ ອົງການຈັດຕັ້ງສາກົນ ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບທາງໄກ ແລະ ເຊິ່ງໜ້າ.

    ທ່ານ ນາງ ສີລິນທອນ ສັກລໍຄໍາ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອເປັນການຖອດຖອນບົດຮຽນ ຮຽນຮູ້ສິ່ງທ້າທາຍ ແລະ ວິທີການແກ້ໄຂບັນຫາໃນການຈັດຕັ້ງປະຕິບັດຕົວຈິງຈາກບັນດາໂຄງການສົ່ງເສີມການອ່ານ ທີ່ອົງການຈັດຕັ້ງຕ່າງໆໄດ້ພົບພໍ້ ເພື່ອເປັນບ່ອນອີງໃນການພັດທະນາບັນດານະໂຍບາຍທີ່ກ່ຽວຂ້ອງກັບນະໂຍບາຍການສຶກສາຊັ້ນປະຖົມ ແລະ ກ່ອນໄວຮຽນ ພ້ອມກັບແຜນງານບຸລິມະສິດ ແລະ ແຜນປະຕິບັດງານໃນຂົງເຂດວຽກງານດັ່ງກ່າວ.

    ກອງປະຊຸມໃນຄັ້ງນີ້ ຈະໄດ້ຮັບຟັງການນໍາສະເໜີວຽກງານການສົ່ງເສີມການສຶກສາຮຽນຮ່ວມ ແລະ ວຽກງານທີ່ຖອດຖອນໄດ້ ລວມທັງຜົນການຕິດຕາມ ແລະ ປະເມີນຜົນການຊ່ວຍເຫຼືອຄູຂັ້ນປະຖົມ ບົດຮຽນ ໃນການສອນນັກຮຽນທີ່ທີຄວາມຫຍຸ້ງຍາກດ້ານການໄດ້ຍິນ ແລະ ການເບິ່ງເຫັນ ວຽກງານການຈັດຕັ້ງປະຕິບັດໂຄງການກຽມພ້ອມກ່ອນໄວຮຽນ ການສົ່ງເສີມທັກສະດ້ານພາສາ ຜົນການປະເມີນນັກຮຽນຊົນເຜົ່າ ແລະ ການມີສ່ວນຮ່ວມຂອງຊຸມຊົນ ຕໍ່ການສົ່ງເສີມການຮຽນຮູ້ໜັງສື ແລະ ອີກຫຼາຍບັນຫາສໍາຄັນທີ່ຈະໄດ້ຍົກຂຶ້ນມານຳສະເໜີ ປຶກສາຫາລື ສົນທະນາກັນຕະຫຼອດໄລຍະສອງວັນຂອງການຈັດກອງປະຊຸມ ເພື່ອຫາທາງແກ້ໄຂໃຫ້ສອດຄ່ອງ ບັນລຸເປົ້າໝາຍທີ່ວາງໄວ້. 

# ຂ່າວ – ພາບ : ບຸນມີ

error: Content is protected !!