ທຳລາຍຊີ້ນໝູນຳເຂົ້າບໍ່ຖືກຕ້ອງເກືອບ 10.000 ກິໂລ

    ທ່ານ ກົງສັກດາ ອິນທະພູທອນ ຫົວໜ້າໜ່ວຍງານກວດກາສັດຕະວະແພດ ປະຈໍາດ່ານສາກົນແດນສະຫວັນ ແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ຜູ້ສື່ຂ່າວວ່າ: ໂດຍປະຕິບັດຕາມຄໍາສັ່ງຂອງກະຊວງກະສິກໍາ-ປ່າໄມ້ ເລກທີ 0160/ກປ ລົງວັນທີ 19/1/22 ວ່າດ້ວຍການໂຈະການອະນຸຍາດນໍາເຂົ້າ ສົ່ງຜ່ານໝູມີຊິວິດ ແລະ ຜະລິດຕະພັນໝູຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດອະຫິວາໝູອາຟຮິກກາ

    ໃນຕອນເຊົ້າວັນທີ 7 ກໍລະກົດ 2022 ຜ່ານມານີ້ ໄດ້ກວດຢືດຊີ້ນໝູແຊ່ແຂງທີ່ນໍາເຂົ້າຈາກປະເທດຫວຽດນາມ ເຊິ່ງຕົ້ນກໍາເນີດຂອງສິນຄ້າ ແມ່ນຈາກປະເທດບຣາຊິນ ໂດຍຢືດໄດ້ຈາກລົດໝາຍເລກ 74C.098.28 (ລົດແກ່ຫີນກາວ) ເຊິ່ງມີເປົ້າໝາຍຈໍາໝ່າຍຢູ່ຕະຫຼາດນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ທີ່ໄດ້ຊຸກເຊື່ອງໄວ້ໃນລົດດັ່ງກ່າວ ເປັນຊີ້ນໝູທີ່ບໍ່ໄດ້ມາດຕະຖານຈໍານວນ 442 ແກັດ ເທົ່າກັບ 9.724 ກິໂລ

    ດັ່ງນັ້ນໃນວັນທີ 9 ກໍລະກົດ 2022 ຢູ່ບ້ານແດນສະຫວັນໄດ້ຈັດພິທີທໍາລາຍຊີ້ນສ່ວນສັດດັ່ງກ່າວ ດ້ວຍວິທີຂຸດຂຸມຝັງເລີກປະມານ 2 ແມັດໂຮຍປູນຂາວ ສີດຢາຂ້າເຊື້ອ ຖົມດິນຢຽບໃຫ້ແໜ້ນ ໂດຍຊ້ອງໜ້າເຈົ້າໜ້າທີ່ກ່ຽວຂ້ອງ ເຊິ່ງມີຄະນະໜ່ວຍງານກວດກາສັດຕະວະແພດດ່ານສາກົນແດນສະຫວັນ ຕໍາຫຼວດພາສີ ອາຫານ ແລະ ຢາ ພ້ອມຄະນະປົກຄອງບ້ານແດນສະຫວັນເຂົ້າຮ່ວມ.

    ທັງນີ້ ກໍເພື່ອເປັນການຕ້ານ ແລະ ສະກັດກັ້ນສິນຄ້າທີ່ຫວງຫ້າມ ແລະ ນໍາເຂົ້າບໍ່ຖືກຕ້ອງ ໃຫ້ຖືກຕາມລະບຽບກົດໝາຍ ແລະ ທັງເປັນການປົກປ້ອງຜູ້ຜະລິດພາຍໃນ ເຊິ່ງຕົວຈິງບັນດາຟາມລ້ຽງໝູພາຍໃນແຂວງເຫັນວ່າມີຄວາມສາມາດຕອບສະໜອງພາຍໃນໄດ້ ອີກດ້ານໜຶ່ງ ເປັນການສະກັດກັ້ນບໍ່ໃຫ້ມີການແຜ່ລະບາດຂອງເຊື້ອພະຍາດທີ່ອາດຈະເກີດຂຶ້ນ.

# ເພັດສະໝອນ

error: Content is protected !!