ນວ ສ້າງຄວາມເຂັ້ມແຂງ ວຽກງານການນຳໃຊ້ລະບົບຫ້ອງການທັນສະໄໝ

     ພະແນກເຕັກໂນໂລຊີ  ແລະ ການສື່ສານ ນະຄອນຫຼວງວຽງຈັນ ຈັດກອງປະຊຸມການຫັນເປັນທັນສະໄໝຂອງລັດຖະບານ ແລະ ເປີດຊຸດເຝິກອົບຮົມການນຳໃຊ້ລະບົບຫ້ອງການທັນສະໄໝ “E-OFFICE” ໃຫ້ແກ່ບັນດາພະແນກການ ເມືອງ ແລະ ອົງການທຽບເທົ່າ ໃນນະຄອນຫຼວງວຽງຈັນ (ນວ) ໃນວັນທີ 12 ກໍລະກົດ 2022 ທີ່ ຫ້ອງການປົກຄອງ ນວ ມີທ່ານ ຊົ່ງເລົາ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ທ່ານ ສີຄອນ ອ່ອນສີພັນລາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ນວ ທ່ານ ທະວີສັກ ມະໂນທຳ ຫົວໜ້າສູນບໍລິຫານລັດດິຈິຕ໋ອນ ກະຊວງເຕັກໂນໂລຊີ  ແລະ ການສື່ສານ  ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ຊົ່ງເລົາ ຢົງນູ ກ່າວວ່າ ການຈັດຊຸດເຝິກອົບຮົມຄັ້ງນີ້ ມີຄວາມສຳຄັນຫຼາຍ ເປັນການຈັດຕັ້ງເຜີຍແຜ່ໃຫ້ບັນດາພະແນກການ ອົງການທຽບເທົ່າ ເມືອງ ແລະ ທຸກພາກສ່ວນໄດ້ຮັບຮູ້ ເຂົ້າໃຈທີ່ຖືກຕ້ອງແລະ ເປັນເອກະພາບກ່ຽວກັບນະໂຍບາຍການຫັນເປັນທັນສະໄໝຂອງລັດຖະບານ ເຂົ້າໃຈກ່ຽວກັບການນຳໃຊ້ລະບົບໄອຊີທີທີ່ທັນສະໄໝ ເຂົ້າໃນການບໍລິຫານວຽກງານພາກລັດ ແລະ ການບໍລິການສັງຄົມທີ່ມີປະສິດທິພາບ ເຊິ່ງເປັນການເລີ່ມຕົ້ນການກະກຽມຜັນຂະຫຍາຍຕາມມະຕິຂອງກົມການເມືອງສູນກາງພັກເລກທີ 107/ກສພ ວ່າດ້ວຍການພັດທະນານະຄອນຫຼວງໄລຍະໃໝ່ ແລະ ສອດຄ່ອງກັບບັນດາຄາດໝາຍການຫັນເປັນທັນສະໄໝຢູ່ໃນມະຕິ VII ຂອງອົງຄະນະພັກ ນວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງ ນວ ຮອດປີ 2025 ທັງເປັນການສ້າງພື້ນຖານເພື່ອກະກຽມຫັນເຂົ້າສູ່ຍຸກເສດຖະກິດດີຈີຕອນ ແຕ່ອັນເລັ່ງດ່ວນທີ່ສຸດ ແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ການແກ້ໄຂບັນຫາເສດຖະກິດການເງິນຂອງ ນວ ໂດຍມອບໃຫ້ພະແນກເຕັກໂນໂລຊີ ແລະ ການສື່ສານ ນວ ເປັນໃຈກາງການສົ່ງເສີມນຳໃຊ້ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານທີ່ທັນສະໄໝ ເຂົ້າໃນລະບົບການຄຸ້ມຄອງບໍລິຫານລັດ ແລະ ບໍລິການສັງຄົມໃຫ້ມີປະສິດທິພາບ ສະດວກ ວ່ອງໄວ ໂປ່ງໃສ ແລະ ຮັບປະກັນຄວາມປອດໄພ.

    ປັດຈຸບັນ ມີຫຼາຍນະຄອນຂອງຫຼາຍປະເທດທົ່ວໂລກ ໂດຍສະເພາະບັນດາປະເທດອາຊຽນ ແມ່ນຖືເອົາການສ້າງນະຄອນທັນສະໄໝ (ຫຼືນະຄອນອັດສະລິຍະ) ເປັນການແຂ່ງຂັນໃນການພັດທະນາຕົວເມືອງ ເຊິ່ງຈຸດປະສົງຕົ້ນຕໍ ແມ່ນການນໍາໃຊ້ເຕັກໂນໂລຊີໄອຊີທີ່ທັນສະໄໝ ສໍາລັບຢູ່ ນວ ຜ່ານມາ ໄດ້ມີວິໄສທັດທີ່ກໍານົດບັນດາຄາດໝາຍການພັດທະນາເປັນນະຄອນອັດສະລິຍະ ແຕ່ການຈັດຕັ້ງປະຕິບັດຕົວຈິງກໍຍັງມີຄວາມຫຍຸ້ງຍາກ ເປັນຕົ້ນແມ່ນຄວາມເຂົ້າໃຈກ່ຽວກັບການຫັນເປັນທັນສະໄໝຍັງບໍ່ທັນເລີກເຊິ່ງ ການນຳໃຊ້ອຸປະກອນໄອຊີທີທັນສະໄໝຍັງມີລັກສະນະຈຳກັດ ແລະ ການສ້າງລະບົບໄອຊີທີຍັງບໍ່ທັນເປັນເອກະພາບ ແລະ ລວມສູນ ຄວາມຮູ້ຂອງພະນັກງານລັດຖະກອນໃນການນຳໃຊ້ເຕັກໂນໂລຊີສືສານຂໍ້ມູນຂ່າວສານຍັງຈຳກັດ ການຄຸ້ມຄອງບໍລິຫານຫ້ອງການໂດຍສະເພາະການເກັບມ້ຽນ ແລະ ຈໍລະຈອນເອກະສານຢູ່ບັນດາພະແນກການ ແລະ ເມືອງ ຍັງໃຊ້ລະບົບເອກະສານແບບເກົ່າ ແລະ ງົບປະມານຂອງ ນວ ທີ່ຈະນຳໃຊ້ເຂົ້າໃນວຽກງານດັ່ງກ່າວມີຈໍາກັດ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!