ນໍາສະເໜີລົດ GS8 ປະເພດລົດຈິບ ມາພ້ອມ Option ທີ່ຫຼາກຫຼາຍ

    ທ່ານ ແບັກຊັນເດີ ວັນນະຈິດ ຜູ້ຕາງໜ້າບໍລິສັດ VK Trading Imp Exp Co., LTD ກ່າວໃຫ້ຮູ້ໃນພິທີນໍາສະເໜີລົດ GS8 ໃນວັນທີ 30 ພຶດສະພາ 2020 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ລົດ GS8 ເປັນລົດ SUV ທີ່ມີຄວາມ Luxury ທີ່ທັນສະໄໝກັບຍຸກປັດຈຸບັນຂອງພວກເຮົາ ເຊິ່ງມາພ້ອມຄວາມແຮງ 2000 ຊີຊີ Turbo ແຮງບິດ 320 NMIT ແຮງມ້າ 200 HP ປະເພດນໍ້າມັນ ແມ່ນແອັດຊັງ ແລະ ຄວາມສິ້ນເປືອງນໍ້າມັນແມ່ນ 11 ກິໂລແມັດຕໍ່ 1 ລິດ ລະບົບເກຍແມ່ນ 6 Speed AT ແລະ ໄດ້ທົດສອບຂັບຂີ່ມາແລ້ວຫຼາຍກວ່າ 10 ລ້ານກິໂລແມັດ (10 Millions Km).

    ສໍາລັບພາຍນອກແມ່ນມີການອອກແບບໄຟຕາລົດ ເຊິ່ງໃຫ້ແສງສະຫວ່າງໃນໄລຍະທາງປະມານ 600 ແມັດ ຄວາມກວ້າງແສງໄຟ 56 ແມັດ ແລະ ຍັງມີໄຟຕາສໍາລັບກາງເວັນ ໄຟຕັດໝອກ ໄຟທ້າຍທີ່ເງົາງາມ ມີກອງ 360 ອົງສາ ເຊັນເຊີ 8 ຕົວ ທີ່ຊວ່ຍເພີ່ມຄວາມສະດວກໃນການຂັບຂີ່ ແລະ ຂະໜາດຢາງລົດແມ່ນ 245/55/R19 ແລະ ພາຍໃນແມ່ນມີການອອກແບບທີ່ງົດງາມຫຫຼູຫຼາ ແລະ ພື້ນທີ່ກວ້າງຂວາງ ມີ 7 ບ່ອນນັ່ງ ສໍາລັບທີ່ນັ່ງຂອງຜູ້ຂັບແມ່ນສາມາດປັບໄດ້ 10 ທິດທາງ ບ່ອນນັ່ງຂ້າງຜູ້ຂັບແມ່ນປັບໄດ້ 4 ທິດທາງ ມີພື້ນທີ່ໃຫ້ວາງແຂນ ແລະ ບ່ອນມ້ຽນເຄື່ອງ ພວງມະໄລເປັນລະບົບໄຟຟ້າ ແລະ ມີສ່ວນຄວບຄຸມຢູ່ເທີງພວງມະໄລ ມີ AUTO HOLD ເພື່ອຊ່ວຍໃຫ້ທ່ານສະດວກໃນເວລາຂັບຂີ່ ມີຈໍສີສໍາຜັດ10 ນິ້ວ ເຊິ່ງສາມາດເຊື່ອມຕໍ່ wifi, Bluetooth, Mp3.

    ສໍາລັບຄວາມປອດໄພແມ່ນມີລະບົບມາດຕະຖານຄວາມປອດໄພສູງລະດັບ C-NCAP ໂດຍມີໂຄງສ້າງຕົວລົດທີ່ແຂງແກ່ນ ມີລະບົບ ABS,HBA,TCS,TPCS, EBD, EPS,Bos,HHC,HDC. ການຂັບເຂື່ອນແບບ 4 wheel drive ແລະ ມີຮູບແບບການຂັບຂີ່ຕາມສະພາບເສັ້ນທາງທີ່ໃຫ້ທ່ານມີຄວາມໝັ້ນໃຈ ສໍາລັບຈຸດພິເສດແມ່ນ ມີ Inteligent key, Air 3-zones, ລໍາໂພງ 10 ໜ່ວຍ ບ່ອນນັ່ງສາມາດປັບອຸນຫະພູມໄດ້ ມີລະບົບເຊັນເຊີກວດຈັບນໍ້າຝົນ ລະບົບສາກໂທລະສັບແບບບໍ່ມີສາຍ ແລະ ຍັງມີຫຼັງຄາທີ່ສາມາດເປີດໄດ້ແບບຮູບຊົງ Sport ເຊິ່ງຫ້ອງຂາຍລົດດັ່ງກ່າວແມ່ນຕັ້ງຢູ່ບ້ານໂພນສະອາດ ເມືອງໄຊເສດຖານະຄອນຫຼວງວຽງຈັນ. .

error: Content is protected !!