ຄບຕ ສ້າງຂະບວນການປູກຕົ້ນໄມ້ລຽບຮົ້ວດ້ານນອກຂອງໂຮງຮຽນມິດຕະພາບນະຄອນຫຼວງວຽງຈັນ-ໂຮ່ຈີມິງ

    ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ສົມທົບກັບເມືອງສີໂຄດຕະບອງ ຈັດກິດຈະກໍາປູກຕົ້ນໄມ້ ວັນທີ 30 ພຶດສະພາ 2020 ທີ່ບໍລິເວນຮົ້ວດ້ານນອກຂອງໂຮງຮຽນມິດຕະພາບນະຄອນຫຼວງວຽງຈັນ-ໂຮ່ຈີມິງ ເຊິ່ງຕົ້ນໄມ້ທີ່ນໍາມາປູກປະກອບມີ ຕົ້ນໄມ້ປະດັບ ຫຼື ສວນຍ່ອມທີ່ມີຄວາມຍາວ 160 ແມັດ ພ້ອມນັ້ນກໍໄດ້ປູກໄມ້ພັນພື້ນເມືອງຈໍານວນ 19 ຕົ້ນ ເພື່ອສ້າງໃຫ້ນະຄອນຫຼວງວຽງຈັນກາຍເປັນນະຄອນສີຂຽວ ສ້າງຄວາມຊຸ່ມຊື່ນ ເຮັດໃຫ້ມີສິ່ງແວດລ້ອມທີ່ດີ ສົມດຸນກັບລະບົບນິເວດ ທັງເປັນການຜັນຂະຫຍາຍນະໂຍບາຍ 6 ສ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ໂດຍສະເພາະ ສ ສີຂຽວ ແນໃສ່ເພີ່ມຕົ້ນໄມ້ໃຫ້ຫຼາຍຂຶ້ນ ຫຼຸດຜ່ອນມົນລະພິດຈາກຝຸ່ນລະອອງ ແລະ ຄວັນລົດຕ່າງໆ ນອກນີ້ຍັງຜັນຂະຫຍາຍມະຕິກົມການເມືອງເລກທີ 107 ກ່ຽວກັບສ້າງນະຄອນຫຼວງວຽງຈັນໃນໄລຍະໃໝ່ໃຫ້ກາຍເປັນຕົວເມືອງອັດສະລິຍະຕື່ມອີກ.

error: Content is protected !!