ປ່ອຍປາລົງສູ່ແມ່ນໍ້າ ເນື່ອງໃນໂອກາດວັນປ່ອຍປ່າ ແລະ ອະນຸຮັກສັດນໍ້າສັດປ່າ

    ວັນທີ 12 ກໍລະກົດ 2022 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ພົງສະຫວັນ ສິລິພັນ ເຈົ້າເມືອງສັງທອງ ແລະ ທ່ານ ສີສຸພັນ ບຸນສະເໜີ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງສັງທອງ ພ້ອມດ້ວຍພະແນກການກ່ຽວຂ້ອງ ແລະ ຫ້ອງການອ້ອມຂ້າງເມືອງສັງທອງ ຕະຫຼອດຮອດອໍານາດການປົກຄອງບ້ານ ຊາວໜຸ່ມ ແລະ ເຍົາວະຊົນ ໄດ້ເຂົ້າຮ່ວມພິທີປ່ອຍປາ ຢູ່ວັງສະຫງວນ ບ້ານເພຍລາດ ເມືອງສັງທອງ ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນປ່ອຍປ່າ ແລະ ອະນຸຮັກສັດນໍ້າສັດປ່າ (13 ກໍລະກົດ) ໂດຍມີຈຸດປະສົງເພື່ອແນ່ໃສ່ອະນຸຮັກສັດນໍ້າສັດປ່າ ແລະ ຊີວະນາໆພັນໃຫ້ນັບມື້ນັບຫຼາຍຂຶ້ນ ເຮັດໃຫ້ລະບົບນິເວດໃນທໍາມະຊາດກັບຄືນມີຄວາມສົມດູນອີກຄັ້ງໃໝ່. 

    ໃນພິທີທ່ານ ພົງສະຫວັນ ສິລິພັນ ກ່າວວ່າ: ປະຕິບັດຕາມກົດໝາຍສັດນໍ້າ-ສັດປ່າສະບັບເລກທີ 07/ສພຊ ແລະ ກົດໝາຍວ່າດ້ວຍການປະມົງ ສະບັບເລກທີ 03/ສພຊ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກເມືອງສັງທອງ ໄດ້ກໍານົດການປ່ອຍປາ 80.000-1.000.000 ໂຕຕໍ່ປີ ພ້ອມນັ້ນ ໄດ້ມີແຜນກໍານົດໃຫ້ແຕ່ລະບ້ານທີ່ມີທີ່ຕັ້ງຢູ່ລຽບຕາມແມ່ນໍ້າຂອງ ນໍ້າສັງ ແລະ ນໍ້າຕອນ ມີຫວັງສະຫງວນບ້ານລະ 1 ວັງ ປັດຈຸບັນ ສ້າງສໍາເລັດແລ້ວ 4 ບ້ານ (ທ່ານາສ້າງຫີນ ສະໄກ ຫ້ວຍຄໍາ ແລະ ເພຍລາດ) ເພື່ອບັນລຸຕາມເນື້ອໃນຈິດໃຈຄາດໝາຍດັ່ງກ່າວ ຄະນະນໍາເມືອງສັງທອງ ໄດ້ມອບໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສັງທອງ ປຸກລະດົມທົ່ວສັງຄົມໃຫ້ມີສ່ວນຮ່ວມໃນວັນອະນຸຮັກສັດນໍ້າ-ສັດປ່າ ແລະ ວັນປ່ອຍປ່າແຫ່ງຊາດ ເຊິ່ງຈໍານວນປາທີ່ນໍາມາປ່ອຍຄັ້ງນີ້ມີຈໍານວນ 30.000 ໂຕ ມີ ປາປາກ ປາໄນ ປານິນ ປາອິນເດຍ ປາເກັດແລບ ປາມັກຄາລາ ແລະ ປາບຶກ ໂດຍປ່ອຍຢູ່ 2 ຈຸດຄື: ວັງສະຫງວນບ້ານເພຍລາດ ແລະ ໜອງສໍານັກງານປົກຄອງເມືອງສັງທອງ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!