ເຊກອງ ບັນລຸມູນຄ່າສົ່ງອອກສິນຄ້າຫຼາຍກວ່າການນໍາເຂົ້າ

    ໃນໄລຍະ 6 ເດືອນຕົ້ນປີ 2022  ແຂວງເຊກອງສາມາດບັນລຸມູນຄ່າການນຳເຂົ້າສິນຄ້າທັງໝົດ 172.234 ໂດລາສະຫະລັດ ສ່ວນການສົ່ງອອກ ບັນລຸມູນຄ່າ 13.552.718 ໂດລາສະຫະລັດ ສົມທຽບແລ້ວ ການສົ່ງອອກຫຼາຍກ່ວາການນຳເຂົ້າຫຼາຍເທົ່າຕົວ.

     ທ່ານ ສິມມາ ດ້ວງເສລີ ຮອງຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າ ແຂວງເຊກອງ ລາຍງານຕໍ່ກອງປະຊຸມເຊື່ອມໂຍງການຄ້າ ລະຫວ່າງຫົວໜ່ວຍທຸລະກິດບັນດາແຂວງພາກໃຕ້ ພາກກາງ ກັບຫົວໜ່ວຍທຸລະກິດນະຄອນດານັງ ສສ ຫວຽດນາມ ທີ່ແຂວງຈຳປາສັກ ໃນວັນທີ 5 ກໍລະ ກົດ 2022 ນີ້ວ່າ: ການນຳເຂົ້າສິນຄ້າ ສ່ວນຫຼາຍແມ່ນເປັນການນຳເຂົ້າມາຮັບໃຊ້ໃນຂະບວນການສົ່ງເສີມການລົງທຶນ ແລະ ນຳເຂົ້າມາຮັບໃຊ້ການຜະລິດ ເປັນຕົ້ນ ພາຫະນະ ອຸປະກອນ ເຄື່ອງຈັກ ປຸ໋ຍວິທະຍາສາດ ແລະ ອື່ນໆ ມູນຄ່າການນຳເຂົ້າ 6 ເດືອນຕົ້ນປີ 2022 ທີ່ປະຕິບັດໄດ້ 172.234 ໂດລາສະຫະລັດນັ້ນ ເປັນການແລກປ່ຽນຊື້-ຂາຍຕາມຊາຍແດນ ລາວ-ຫວຽດນາມ ມູນຄ່າ 74.909 ໂດລາສະຫະລັດ ສ່ວນສິນຄ້າສົ່ງອອກສ່ວນຫຼາຍແມ່ນຜົນຜະລິດກະສິກໍາເຊັ່ນ: ມັນຕົ້ນແຫ້ງ ກາກມັນຕົ້ນ ຢາງພະລາ ກາເຟ ໝາກໜອດ ນອກນັ້ນ ຍັງມີຜະລິດຕະພັນໄມ້ທຳມະຊາດ ແຮ່ຖ່ານຫີນ ແລະ ເຄື່ອງປ່າຂອງດົງຈຳນວນໜຶ່ງ ສາມາດບັນລຸມູນຄ່າ 13.552.718 ໂດລາສະຫະລັດ ໃນນັ້ນ ການສົ່ງອອກທີ່ເປັນການແລກປ່ຽນຊື້-ຂາຍຕາມຊາຍແດນ ລາວ-ຫວຽດນາມ ມູນຄ່າ 48.176 ໂດລາສະຫະລັດ.

      ທ່ານ ສິມມາ ດ້ວງເສລີ ໃຫ້ຮູ້ຕື່ມວ່າ: ແຂວງເຊກອງ ໄດ້ເອົາໃຈໃສ່ຊຸກຍູ້ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ປັດຈຸບັນ ແຂວງເຊກອງມີ 5 ຫົວໜ່ວຍວິສາຫະກິດໄດ້ຮັບ ແລະ ນໍາໃຊ້ກາໝາຍໂອດ໋ອບແຫ່ງຊາດ ມີຈຳນວນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ 7 ລາຍການ ຄື: ຜະລິດຕະພັນເຫຼົ້າໝາກໄມ້ 3 ລາຍການ ແລະ ຜະລິດຕະພັນກາເຟສົດ ຢູ່ເມືອງທ່າແຕງ ຜະລິດຕະພັນຊາໂສມກາດອກຮັກ ຜະລິດຕະພັນຫັດຖະກຳຕໍ່າແຜ່ນແພ ຍ້ອມສີທຳມະຊາດຂອງຊົນເຜົ່າກຣຽງ ຢູ່ເມືອງລະມາມ ຜະລິດຕະພັນກາເຟຜົງ ຢູ່ເມືອງດາກຈຶງ ປັດຈຸບັນ ກຳລັງກະກຽມດຳເນີນການຄົ້ນຄວ້າເງື່ອນໄຂ ແລະ ຂັ້ນຕອນໃນການຄັດເລືອກສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ 2 ລາຍການສິນຄ້າ ຄື: ກາເຟສະຕາດາກຈຶງ ແລະ ກວນໂສມ.

# ເພັດສະໝອນ

error: Content is protected !!