ລາວ-ເກົາຫຼີ ປະເມີນຜົນກາງສະໄໝຂອງໂຄງການຮ່ວມມືຄົ້ນຄວ້າດ້ານກະສິກຳ

ກອງປະຊຸມປະເມີນຜົນຂອງ 4 ໂຄງການຮ່ວມມືດ້ານກະສິກຳ ໂດຍການຮ່ວມມືຈັດຕັ້ງປະຕິບັດຂອງສູນຄົ້ນຄວ້າກະສິກຳແຫ່ງປະເທດ ສ.ເກົາຫລີ ປະຈຳ ສປປ ລາວ (ໂຄເປຍ ລາວ) ແລະ ສະຖາບັນຄົ້ນຄວ້າ ກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດແຫ່ງຊາດ (ສກປພ) ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນ ສກປພ ໃນວັນທີ່ 7 ກໍລະກົດ 2022 ເປັນປະທານໂດຍ ທ່ານ ປອ ໃຈບຸນພານຸໄຊ ຫົວໜ້າ ສກປພ ແລະ ທ່ານ ຊີນ ຈາງໂຫ ຜູ້ອຳນວຍການ ສູນ ໂຄເປຍ ປະຈຳ ລາວ ມີບັນດານັກຄົ້ນຄວ້າຈາກ ສກປພ ຜູ້ຈັດຕັ້ງປະຕິບັດໂຄງການ ພະນັກງານ ສູນໂຄເປຍ ປະຈຳລາວ ແລະ ຄະນະຊີ້ນຳໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ບັນດາຜູ້ຈັດຕັ້ງປະຕິບັດໂຄງການໄດ້ນຳສະເໜີຄວາມຄຶບໜ້າຂອງໂຄງການ ແລະ ໝາກຜົນສຳເລັດທີ່ໄດ້ຮັບໃນໄລຍະເຄິ່ງປີທີ່ຜ່ານມາ ແລະ ຍັງໄດ້ນໍາສະເໜີແຜນການໃນອະນາຄົດ ແລະ ກິດຈະກໍາຕ່າງໆຂອງແຕ່ລະໂຄງການ ເຊິ່ງມີບັນດາຄະນະຊີ້ນໍາໂຄງການ ທັງ 10ທ່ານ ເປັນຜູ້ປະເມີນຜົນສຳເລັດໃນດ້ານປະສິດທິພາບ ປະສິດທິຜົນ ຜົນກະທົບ ແລະ ຄວາມຍືນຍົງ ບັນດາໂຄງການຄົ້ນຄວ້າດັ່ງກ່າວມີ: ການສາທິດການເພີ່ມສະມັດຕະພາບການຜະລິດ ແລະ ຄຸນນະພາບຂອງໝາກກ້ຽງ ຢູ່ເມືອງນ້ຳບາກ ແຂວງຫຼວງພະບາງ ຄົ້ນຄວ້າການລ້ຽງໄກ່ພື້ນເມືອງເພື່ອເປັນສີນຄ້າ ໂດຍການປັບປຸງທາງດ້ານກຳມະພັນ ຄົ້ນຄວ້າ ແລະ ນໍາໃຊ້ແນວພັນເຂົ້າທີ່ທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອຄໍ້າປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າແລະ ຄົ້ນຄວ້າເຕັກນິກເພື່ອຍົກສະມັດຕະພາບຜົນຜະລິດຖົ່ວເຫຼືອງ ແລະ ການປຸງແຕ່ງຜະລິດຕະພັນຈາກຖົ່ວເຫຼືອງໃນ ສປປ ລາວ.

ທ່ານ ຊິນ ຈາງໂຫ ກ່າວວ່າ: ການເພີ່ມຜົນຜະລິດ ແລະ ການສ້າງລາຍຮັບໃຫ້ແກ່ຊາວກະສິກອນໂດຍຜ່ານການພັດທະນາເຕັກໂນໂລຢີໃນການເຮັດສວນແມ່ນຈຸດປະສົງຫຼັກຂອງໂຄງການເພື່ອປະກອບສ່ວນໃນການ ພັດທະນາຂະແໜງການ ກະສິກຳຂອງ ສ ປປລາວ.

ທ່ານ ປອ ໃຈ ບຸນພານຸໄຊ ໄດ້ກ່າວວ່າ: ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ບາງ​ຢ່າງ​ຈາກ​ການ​ຂະຫຍາຍ​ຕົວ​ຂອງ​ພະຍາດ​ໂຄ​ວິດ-19 ​ໃນ​ເຄິ່ງ​ຕົ້ນ​ປີ​ທີ່ຜ່ານມາ ທັງ 4 ໂຄງການຄົ້ນຄວ້າ ກໍ່ຍັງສາມາດບັນລຸຕາມຈຸດປະສົງ ແລະ ແຜນກິດຈະກຳທີ່ວາງໄວ້ດີສົມຄວນ.

ສູນໂຄເປຍລາວແມ່ນໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2016 ໂດຍອີງໃສ່ບົດບັນທຶກຄວາມເຂົ້າໃຈລະຫວ່າງໜ່ວຍງານບໍລິຫານການພັດທະນາຊົນນະບົດຂອງ ສ.ເກົາຫລີ ແລະ ສະຖາບັນຄົ້ນຄວ້າກະສິກຳແລະພັດທະນາຊົນນະບົດແຫ່ງຊາດ ປະຈຸບັນ ສູນ ໂຄເປຍ ແມ່ນມີ 22 ແຫ່ງໃນທົ່ວໂລກເຊິ່ງໄດ້ລິເລີ່ມສ້າງຕັ້ງຂຶ້ນແຕ່ປີ 2009.

error: Content is protected !!