ປິດຊຸດເຝິກອົບຮົມຄວາມຮູ້ພື້ນຖານຄວາມສະເໝີພາບຍິງ-ຊາຍ

    ພິທີປິດຊຸດເຝິກອົບຮົມກ່ຽວກັບຄວາມຮູ້ພື້ນຖານ ຄວາມສະເໝີພາບຍິງ-ຊາຍ ແຜນດຳເນີນງານແຫ່ງຊາດ ຄວາມສະເໜີພາບຍິງ-ຊາຍ ແລະ ແມ່-ເດັກ 5 ປີ (2021-2025) ແລະ ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ວັນທີ 8 ກໍລະກົດ 2022 ທີ່ກະຊວງແຜນການ ແລະ ການລົງທຶນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍວິທະຍາກອນ ແລະ ສໍາມະນາກອນຈາກກົມອ້ອມຂ້າງເຂົ້າຮ່ວມ.

    ທ່ານນາງ ຄໍາຈັນ ວົງແສນບຸນ ກ່າວວ່າ:ຊຸດເຝິກອົບຮົມດັ່ງກ່າວ ໄດ້ດໍາເນີນມາແຕ່ວັນທີ 6-8 ກໍລະກົດ ເຊິ່ງຕະຫຼອດໄລຍະ 3 ວັນ ສໍາມະນາກອນເຂົ້າຮ່ວມໄດ້ຮັບຟັງກ່ຽວກັບການນໍາສະເໜີກ່ຽວກັບຄວາມຮູ້ພື້ນຖານຄວາມສະເໝີພາບຍິງ-ຊາຍ ແຜນດຳເນີນງານແຫ່ງຊາດ ຄວາມສະເໜີພາບຍິງ-ຊາຍ ແລະ ແມ່-ເດັກ 5 ປີ (2021-2025) ແລະ ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ພ້ອມນັ້ນ ໄດ້ແບ່ງກຸ່ມສົນທະນາ ແລະ ນຳສະເໜີ ຜົນຂອງການຄົ້ນຄວ້າຂອງແຕ່ລະກຸ່ມ ສັງເກດເຫັນວ່າ ບັນດາທ່ານມີຄວາມເຂົ້າໃຈກ່ຽວກັບຄວາມຮູ້ພື້ນຖານຄວາມສະເໝີພາບຍິງ-ຊາຍ ແຜນດຳເນີນງານແຫ່ງຊາດ ຄວາມສະເໜີພາບຍິງ-ຊາຍ ແລະ ແມ່-ເດັກ 5 ປີ (2021-2025) ແລະ ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ ຫຼາຍຂຶ້ນ ແລະ ສາມາດນໍາເອົາຄວາມຮູ້ດັ່ງກ່າວໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

    ສໍາລັບຈຸດປະສົງການເຝິກອົບຮົມ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບແຜນດຳເນີນງານແຫ່ງຊາດເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025) ເຊິ່ງອີງຕາມດຳລັດຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 579/ນຍ ວ່າດ້ວຍການຮັບຮອງເອົາ ແລະ ປະກາດໃຊ້ແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ IV (2021-2025) ພ້ອມນີ້ ຍັງມີບົດແນະນໍາ ການຈັດຕັ້ງຜັນຂະຫຍາຍແຜນດຳເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ສະບັບເລກທີ 207/ຄຊກມດ ໃນນັ້ນ ປະກອບມີ 4 ແຜນງານທີ່ສຳຄັນຄື: ການໂຄສະນາເຜີຍແຜ່ ປູກຈິດສຳນຶກ ແລະການພັດທະນາ ລະບົບຖານຂໍ້ມູນຂ່າວສານ ສົ່ງເສີມ ແລະ ສ້າງຄວາມສະເໝີພາບຍິງ-ຊາຍ ການທົບທວນ ປັບປຸງ ແລະ ສ້າງບັນດານະໂຍບາຍ ນິຕິກຳ ແລະ ການປະຕິບັດພັນທະຕໍ່ສົນທິສັນຍາ ແລະ ຖະແຫຼງການຂອງສາກົນ ແລະ ພາກພື້ນກ່ຽວກັບສິດທິຂອງແມ່ຍິງ ທີ່ ສປປ ລາວ ເປັນພາຄີ ແລະ ສ້າງຄວາມເຂັ້ມແຂງໃຫ້ກົງຈັກການຈັດຕັ້ງ ແລະບຸຄະລາກອນທີ່ຄຸ້ມຄອງວຽກງານຄວາມສະເໝີພາບຍິງ-ຊາຍ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!