ນາຊາຍທອງ ສາມາດປັກດໍາເຂົ້ານາປີສໍາເລັດແລ້ວ 80,69 %

    ອີງຕາມການລາຍງານຈາກຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຍຊາຍທອງ ນະຄອນຫຼວງວຽງຈັນ ວັນທີ 11 ກໍລະກົດ 2022 ໃຫ້ຮູ້ວ່າ: ທົ່ວເມືອງນາຊາຍທອງມີເນື້ອທີ່ແຜນການປູກເຂົ້ານາປີ 7.905 ເຮັກຕາ ແຜນການນຳໃຊ້ແນວພັນ 632,4 ໂຕນ ຄາດຄະເນຜະລິດຕະພາບ 4,45 ໂຕນຕໍ່ເຮັກຕາ ຄາດຄະເນຜົນຜະລິດ 35.177,25 ໂຕນ ມາຮອດປັດຈຸບັນ ທົ່ວເມືອງປູກເຂົ້ານາປີໄດ້ 6.400 ເຮັກຕາ ເທົ່າກັບ 80,69 % ຂອງເນື້ອທີ່ແຜນການ ໃນນັ້ນເຮັດນາຫ່ວານ 5.500 ເຮັກຕາ ແລະ ປັກດໍາໄດ້ 900 ເຮັກຕາ ຄາດວ່າຈະໃຫ້ສໍາເລັດໃນທ້າຍເດືອນ ກໍລະກົດ 2022.

    ສໍາລັບການຜະລິດພືດຜັກລະດູຝົນ ເປັນຕົ້ນ ພືດກິນໃບ ໝາກແຕງ ໝາກຖົ່ວ ໝາກຮະ ໝາກເຜັດ ໝາກເຂືອ ຂີງ ຂ່າ ຫົວສີໄຄ ແລະ ສາລີຫວານ ມີເນື້ອທີ່ແຜນການ 420 ເຮັກຕາ ປັດຈຸບັນ ປະຕິບັດໄດ້ 38,96 ເຮັກຕາ ເທົ່າກັບ 9,27% ພືດອຸດສາຫະກໍາ ເຊັ່ນ: ສາລີແຂງ ແລະ ມັນຕົ້ນ ມີເນື້ອທີ່ແຜນການ 363 ເຮັກຕາ ປະຕິບັດໄດ້ 235 ເຮັກຕາ ເທົ່າກັບ 64,73% ສ່ວນພືດໃຫ້ໝາກ ມີເນື້ອທີ່ແຜນການ 75 ເຮັກຕາ ປະຕິບັດໄດ້ 7 ເຮັກຕາ ເທົ່າກັບ 9,33%.

# ຂ່າວ – ພາບ : ຂັນທະວີ

error: Content is protected !!