ເຄື່ອນໄຫວລົງຊຸກຍູ້ວຽກງານ ປກຊ-ປກສ ຢູ່ເມືອງຮົ່ມ

    ທ່ານ ພົຈວ ບົວພັນ ອິນທະປັນຍາ ກຳມະການພັກແຂວງ ຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ແຂວງ ຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ພ້ອມຄະນະ ລົງຊຸກຍູ້ວຽກງານ ປກຊ-ປກສ ຢູ່ເມືອງຮົ່ມ ແຂວງດັ່ງກ່າວ ວັນທີ 7 ກໍລະກົດ 2022 ທີ່ສະໂມສອນຂອງເມືອງ ມີທ່ານ ຄຳເພັດ ດວງມາລາ ເຈົ້າເມືອງຮົ່ມ ປະທານ ປກຊ-ປກສ ເມືອງ ບັນດາຫົວໜ້າ ຄະນະຫ້ອງການ ກົມກອງ ພ້ອມດ້ວຍນາຍ ແລະ ພົນທະຫານ-ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

    ທ່ານເຈົ້າເມືອງຮົ່ມ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານ ປກຊ-ປກສ ຂອງເມືອງ ໂດຍຕະຫຼອດໄລຍະທີ່ຜ່ານມາ ເມືອງຮົ່ມໄດ້ຖືເອົາ 2 ວຽກງານດັ່ງກ່າວເປັນວຽກງານໜຶ່ງທີີ່ສຳຄັນທີ່ສຸດ ໂດຍ 2 ກຳລັງດັ່ງກ່າວ ແມ່ນໄດ້ເປັນເສນາທີການໃຫ້ແກ່ຄະນະປະຈຳພັກເມືອງ ໃນການເຮັດໜ້າຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພພາຍໃນເມືອງຕະຫຼອດມາ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມເຊື່ອໝັ້ນ ແລະ ໄດ້ຮັບການເຊື່ອມຊືມແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດໄດ້ດີ  ຕັ້ງໜ້າຫ້າວຫັນສະໜັບສະໜູນປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ໄດ້ເປັນຢ່າງດີ.

    ໂອກາດນີ້ ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ໂອ້ລົມ ແລະ ຊີ້ທິດເຍືອງທາງໃຫ້ 2 ກຳລັງປກຊ-ປກສ ເມືອງຮົ່ມ ໂດຍໄດ້ເນັ້ນໜັກໃຫ້ 2 ກຳລັງດັ່ງກ່າວຕ້ອງໄດ້ສຶກສາອົບຮົມທາງດ້ານການເມືອງແນວຄິດໃຫ້ແກ່ຖັນແຖວພະນັກງານ ທະຫານ ຕຳຫຼວດ ໃຫ້ມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດຢ່າງເລິກເຊິ່ງ ມີຈັນຍາບັນຕໍ່ໜ້າທີ່ວຽກງານຂອງຕົນ ເຮັດໜ້າທີ່ຮັບໃຊ້ປະຊາຊົນຢ່າງແທ້ຈິງ ຫາກມີການກະທຳຜິດ ແມ່ນໃຫ້ມີການປະຕິບັດວິໄນຢ່າງເຂັ້ມງວດ ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ 2 ກົມກອງໃນການເຄື່ອນໄຫວວຽກງານວິຊາສະເພາະໃຫ້ຄ່ອງແຄ້ວ ສາມາດຮັບມືກັບທຸກສະຖານນະການທີ່ອາດຈະເກີດຂຶ້ນ ແລະ ສິ່ງທີ່ສຳຄັນທີ່ສຸດ ແມ່ນສ້າງຄວາມສາມັກຄີພາຍໃນພັກໃຫ້ໜັກແໜ້ນ ເຂັ້ມແຂງ ບໍ່ມີການຈຳແນກຊົນຊັ້ນວັນນະ ຊົນຊາດ-ຊົນເຜົ່າ ເຮັດວຽກງານເປັນເສນາທີ່ການເພື່ອຮັບໃຊ້ພັກ-ລັດ ກໍຄືພໍ່ແມ່ປະຊາຊົນບັນດາເຜົ່າດ້ວຍຄວາມຊື່ສັດບໍລິສຸດ ບໍ່ມີການອ່ຽງຊ້າຍອ່ຽງຂວາໃນການຕັດສິນບັນຫາຕ່າງໆ ພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນເມືອງ ເປັນຕົ້ນ ບັນຫາຢາເສບຕິດ ຂີ້ລັກງັດແງະ ແລະ ບັນຫາອື່ນໆໃຫ້ໝົດໄປ ເພື່ອເຮັດໃຫ້ເມືອງຮົ່ມມີຄວາມສະຫງົບປອດໄພ.

# ຂ່າວ – ພາບ :  ຂັນທະວີ

error: Content is protected !!