ສທໜຊ-ນັກທຸລະກິດແຂວງອຸດອນທານີ ພົບປະແລກປ່ຽນຂໍ້ມູນທາງດ້ານທຸລະກິດ

    ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜຊ) ນໍາໂດຍທ່ານ ນາງ ສຸວາລີ ຄໍາຜຸຍ ຮອງປະທານ ສທໜຊ ໄດ້ຕ້ອນຮັບການມາຢ້ຽມຢາມຂອງສະພາການອຸດສາຫະກໍາ ແລະ ນັກທຸລະກິດຈາກແຂວງອຸດອນທານີ ແຫ່ງລາຊະອານາຈັກໄທ ນໍາໂດຍທ່ານ ວາຣະຢຸ ຕຣີວັດທະນະສຸວັນ ປະທານສະພາອຸດສາຫະກໍາ ແຂວງອຸດອນທານີ ວັນທີ 8 ກໍລະກົດ 2022 ທີ່ສວນຈໍາປາມຸງຄຸນ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

    ການມາຢ້ຽມຢາມຂອງສະພາການອຸດສາຫະກໍາ ແລະ ນັກທຸລະກິດ ຈາກແຂວງອຸດອນທານີ ແຫ່ງລາຊະອານາຈັກໄທຄັ້ງນີ້ ເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສະພາອຸດສາຫະກໍາ ແຂວງ ອຸດອນທານີ ແລະ ສທໜຊ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນັ້ນ ເພື່ອໃຫ້ນັກທຸລະກິດລາວ-ນັນທຸລະກິດແຂວງອຸດອນທານີ ໄດ້ມາພົບປະແລກປ່ຽນຄໍາຄິດເຫັນກ່ຽວກັບຂໍ້ມູນການດໍາເນີນທຸລະກິດ ເພື່ອເພີ່ມໂອກາດໃນການຈັບຄູ່ຮ່ວມທຸລະກິດ ແລະ ການລົງທຶນ ເຊິ່ງໃນແຕ່ລະແຂວງຂອງລາວມີທ່າແຮງທີ່ແຕກຕ່າງກັນ ໂດຍສະເພາະ ການຜະລິດກະສິກໍາປູກຝັງ ແລະ ລ້ຽງສັດ ພ້ອມນັ້ນ ຍັງມີທ່າແຮງ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ປັດຈຸບັນ ສປປ ລາວ ມີເສັ້ນທາງລົດໄຟລາວ-ຈີນ ເຮັດໃຫ້ການເດີນທາງສະດວກຂຶ້ນ ແລະ ເປັນເສັ້ນທາງຂົນສົ່ງທີ່ເຊື່ອມຈອດຫຼາຍປະເທດ ເປັນໂອກາດອັນດີໃຫ້ແກ່ການດໍາເນີນທຸລະກິດຂອງສອງປະເທດມີຄວາມສະດວກວ່ອງໄວ  ແລະ  ທັນສະໄໝ ນອກນັ້ນ ໃນການພົບປະດັ່ງກ່າວ ທ່ານ ສອນເພັດ ເລືອງຜິວວົງແສນ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ ຜູ້ຊີ້ນໍາວຽກງານເສດຖະກິດ ຍັງໄດ້ສະເໜີວຽກງານການສົ່ງເສີມ ການຮ່ວມມື ການລົງທຶນ ແລະ ໂອກາດທາງທຸລະກິດຕື່ມອີກ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!