ສປປ ລາວ ສະເຫຼີມສະຫຼອງວັນປະຊາກອນໂລກ

    ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການສະຫະປະຊາຊາດ ກອງທຶນປະຊາກອນ (UNFPA) ຈັດພິທີສະເຫຼີມສະຫຼອງວັນປະຊາກອນໂລກ ໃນຫົວຂໍ້ “ຫົນທາງສູ່ຄວາມໝັ້ນຄົງດ້ານປະຊາກອນ: ສະໜັບສະໜູນສິດທິ ແລະ ທາງເລືອກສຳລັບທຸກຄົນ” ວັນທີ 11 ກໍລະກົດ 2022 ທີ່ໂຮງແຮມຄຣາວພລາຊາ ເປັນປະທານຮ່ວມຂອງທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ມາຣຽມ ເອ ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ ມີຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ກ່າວວ່າ: ວັນທີ 11 ກໍລະກົດຂອງທຸກໆປີ ສປປ ລາວ ກໍຄືທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງວັນປະຊາກອນໂລກ ໂດຍອີງຕາມບົດລາຍງານສະຖານະພາບປະຊາກອນໂລກປີ 2022 ສປປ ລາວ ພວມມີຄວາມຄືບໜ້າຢ່າງຕໍ່ເນື່ອງ ໃນການຈັດຕັ້ງປະຕິບັດຕາມເປົ້າໝາຍ ແລະ ຕົວຊີ້ວັດຂອງກອງປະຊຸມສາກົນ ວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD) ສປປ ລາວ ມີອັດຕາສ່ວນ 96% ທີ່ມີກົດໝາຍ ນະໂຍບາຍ ແລະ ຍຸດທະສາດທີ່ຮັບປະກັນສິດທິ ແລະ ທາງເລືອກຕ່າງໆຂອງແມ່ຍິງ ເດັກຍິງ ແລະ ໄວໜຸ່ມໃນການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການດ້ານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ລວມທັງການວາງແຜນຄອບຄົວ ສປປ ລາວ ໄດ້ສ້າງກົດໝາຍ ແລະ ນະໂຍບາຍອື່ນໆ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ ການປ້ອງກັນ ແລະ ການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ຢຸດຕິການກະທຳທີ່ເປັນອັນຕະລາຍເຊັ່ນ ການແຕ່ງງານກ່ອນໄວອັນຄວນໃນບັນດາໄວໜຸ່ມຍິງ ດັ່ງນັ້ນ ຮຽກຮ້ອງໃຫ້ທຸກຂະແໜງການ ນັບທັງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອເພີ່ມທະວີການຈັດຕັ້ງປະຕິບັດບັນດາກົດໝາຍ ນະໂຍບາຍ ແລະ ກົນໄກຕ່າງໆທີ່ມີຢູ່ໃນປະເທດໃຫ້ມີຜົນເລັດ ພ້ອມກັນນັ້ນ ຕ້ອງເຮັດວຽກຮ່ວມກັນ ແລະ ລວມເອົາຜູ້ຊາຍ ແລະ ເດັກຊາຍໃຫ້ເຂົ້າຮ່ວມໃນການສົ່ງເສີມເພື່ອບັນລຸການຈັດຕັ້ງປະຕິບັດສິດທິຕ່າງໆຢ່າງຄົບຖ້ວນຂອງແມ່ຍິງ ເດັກຍິງ ເຍົາວະຊົນ ຊາວໜຸ່ມ ແລະ ຜູ້ດ້ອຍໂອກາດໃນເຂດຊົນນະບົດຂອງ ສປປ ລາວ ເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການສຸຂະພາບທາງເພດ ສຸຂະພາບຈະເລີນພັນ ສິດທິຕ່າງໆຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄົນໃຫ້ສາມາດນໍາໃຊ້ທາງເລືອກຕ່າງໆຂອງຕົນເພື່ອຊີວິດທີ່ດີກ່ວ່າ ຊ່ວຍຫຼຸດຜ່ອນຄວາມສ່ຽງທີ່ມີຜົນທາງລົບຕໍ່ເຂົາເຈົ້າ ແລະ ສ້າງແຮງບັນດານໃຈໃຫ້ພວກເຂົາສາມາດພັດທະນາຕົນເອງໄດ້ໃນທຸກໆດ້ານ.

    ທ່ານນາງ ມາຣຽມ ເອ. ຄານ ກ່າວວ່າ ການສະເຫຼີມສະຫຼອງວັນປະຊາຊກອນໂລກປີນີ້ ໄດ້ເລືອກເອົາຫົວຂໍ້ທີ່ມີຄວາມສຳຄັນເປັນພິເສດ ເຊິ່ງການພັດທະນາແບບຍືນຍົງຈະບັນລຸຜົນໄດ້ ກໍຕໍ່ເມື່ອແມ່ຍິງ ແລະ ເດັກຍິງມີສິດເສລີພາບຕໍ່ຮ່າງກາຍຂອງຕົນເອງ ສິດທິໃນສຸຂະພາບຈະເລີນພັນ ທາງເລືອກ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ເປັນຫຼັກການທີ່ສຳຄັນໃນການຈັດຕັ້ງປະຕິບັດແຜນປະຕິບັດງານຂອງກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາໃຫ້ມີປະສິດທິພາບ ເພື່ອຮັບປະກັນຄວາມໝັ້ນຄົງຂອງປະຊາກອນ ແມ່ນການສະໜັບສະໜູນສິດທິມະນຸດ ລວມທັງສິດທິໃນການຈະເລີນພັນ ແລະ ສິດທິໃນທາງເລືອກຕ່າງໆຂອງບຸກຄົນ ເປັນຫົນທາງໄປສູ່ຄວາມໝັ້ນຄົງທາງດ້ານປະຊາກອນ ເຊິ່ງຄວາມໝັ້ນຄົງຂອງປະຊາກອນ ເປັນວິທີການຢ່າງຕັ້ງໜ້າເພື່ອຮຽກຮ້ອງໃຫ້ມີການຮ່ວມມື ແລະ ການວາງແຜນໃນການຫັນປ່ຽນປະຊາກອນ ແລະ ການລົງທຶນທີ່ກ່ຽວຂ້ອງໃສ່ວຽກງານການສຶກສາ ແລະ ສາທາລະນະສຸກ ສິດທິດ້ານສຸຂະພາບຈະເລີນພັນ ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການມີວຽກເຮັດງານທຳທີ່ດີ ຕ້ອງໄດ້ມີການຮ່ວມມືຈາກທຸກພາກສ່ວນໃນສັງຄົມ ໃນການສ້າງອະນາຄົດທີ່ມີຄວາມຍືນຍົງ ເປັນການເນັ້ນໜັກໃຫ້ເຫັນຄວາມສຳຄັນຂອງການປ່ຽນແປງລະບຽບບັນທັດຖານທີ່ຫຼ້າຫຼັງກ່ຽວກັບພາລະບົດບາດຂອງແມ່ຍິງ ແລະ ຜູ້ຊາຍທີ່ຖ່ວງດຶງການພັດທະນາໃນສັງຄົມ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!