ປາກງື່ມ ປ່ອຍປ່າລົງສູ່ທຳມະຊາດ 30 ພັນໂຕ

    ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸຮັສັດນ້ຳ-ສັດປ່າ ວັນກຳເນີດກີລາລາວ ແລະ ວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ (13 ກໍລະກົດ) ຄົບຮອບ 113 ປີ ໄດ້ໝູນວຽນຄົບຮອບມາອີກຄັ້ງ ແລະ ເພື່ອເປັນການຕ້ອນຮັບ 2 ວັນປະຫວັດສາດຄື: ວັນເຊັນສັນຍາມິດຕະພາບ ແລະ ວັນສ້າງຕັ້ງການທູດລະຫວ່າງລາວ-ຫວຽດນາມ ຫ້ອງການກະສິກຳ-ປ່າໄມ້ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປ່ອຍປາທີ່ໜອງແຄ ບ້ານທ່າກົກໄຮ ເມືອງດັ່ງກ່າວ ວັນທີ 8 ກໍລະກົດ 2022 ເປັນປະທານຂອງທ່ານ ຄຳໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ມີບັນດາຫົວໜ້າ ຮອງຫົວໜ້າ ແລະ ວິຊາການອ້ອມຂ້າງເມືອງປາກງື່ມ ຜູ້ຕາງໜ້າຈາກພະແນກສິກຳ-ປ່າໄມ້ ນະຄອນຫຼວງວຽງຈັນ ຄະນະພັກກຸ່ມ ບັນດານາຍບ້ານອ້ອມຂ້າງ ແລະ ຕາງໜ້າບໍລິສັດຊີພີເຂົ້າຮ່ວມ.

    ໃນພິທີ ທ່ານ ສໍ ສຸທິພາພອນ ຮອງຫົວໜ້າຫ້ອງການກະສິກຳ-ປ່າໄມ້ເມືອງປາກງື່ມ ກ່າວວ່າ: ເພື່ອອະນຸຮັກສັດນ້ຳ-ສັດປ່າ ແລະ ປ່າໄມ້ໃຫ້ອຸດົມສົມບູນ ຫ້ອງການກະສິກຳ-ປ່າໄມ້ເມືອງປາກງື່ມ ໄດ້ສົມທົບກັບຫຼາຍໆພາກສ່ວນ ເພື່ອດຳເນີນກິດຈະກຳທີ່ສຳຄັນນີ້ຢ່າງເປັນປົກກະຕິ ເປັນຕົ້ນ ການເປີດຂະບວນການປ່ອຍປາ ແລະ ສັດນໍ້າ-ສັດປ່າ ຄືນສູ່ທຳມະຊາດ ເຊິ່ງເລີ່ມມາແຕ່ປີ 1994 ຈົນມາເຖິງປີ 2021 ເມືອງປາກງື່ມໄດ້ປ່ອຍໃຫ້ປາ ແລະ ສັດນ້ຳສັດປ່າ ຄືນສູ່ທຳມະຊາດ 2 ລ້ານກວ່າໂຕ ອ່ຽນ 12 ກິໂລ ເຕົ່າ 24 ໂຕ ແລະ ນົກ 136 ໂຕ ໄດ້ສົມທົບກັບພາກສ່ວນຕ່າງໆ ແລະ ອົງການປົກຄອງບ້ານລຽງຕາມສາຍນ້ຳງື່ມ ແລະ ໜອງນ້ຳທຳມະຊາດ ຄຸ້ມຄອງວັງສະຫງວນ 8 ແຫ່ງ ກວມເນື້ອທີ່ 100 ກວ່າເຮັກຕາ ຢູ່ບ້ານທ່າຊ້າງ ຝັ່ງແດງ ເວີນແຄນ ໄຮ່ ນາຊອນ ນາທາມ ແລະ ບ້ານນາເລີດ ນອກນັ້ນ ຍັງກຳນົດເຂດອະນຸຮັກສັດປ່າຢູ່ແຫຼ່ງທ່ອງທ່ຽວນ້ຳປ່ຽນຢໍລະປາ ບ້ານ ຊຽງແລທ່າ ໄດ້ສົ່ງເສີມການລ້ຽງປາ ແລະ ສັດນ້ຳ ເພື່ອຄ້ຳປະກັນສະບຽງອາຫານໃຫ້ກຸ້ມກິນຢູ່ພາຍໃນເມືອງປາກງື່ມ ແລະ ຜະລິດເປັນສິນຄ້າຂາຍສູ່ຕະຫຼາດ.

    ໃນປີ 2022 ເມືອງປາກງື່ມຈະສືບຕໍ່ໄຂຂະບວນການສະເຫຼີມສະຫຼອງວັນປ່ອຍປາ ແລະ ວັນອະນຸຮັກສັດນ້ຳ-ສັດປ່າແຫ່ງຊາດ ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 113 ປີ ວັນກຳເນີດກີລາລາວ ແລະ 2 ວັນປະຫວັດສາດລາວ-ຫວຽດນາມ ໃຫ້ເປັນຂະບວນຟົດຟື້ນ ສະເພາະຢູ່ໜອງແຄ ບ້ານທ່າກົກໄຮ ໄດ້ປ່ອຍປາ ທັງໝົດ 30.000 ໂຕລວມມີ ປານິນ ປາໄນປາປາກ ປາກິນຫຍ້າ ປາຫົວໃຫຍ່ ປາເກັດແລບ ແລະ ປານວນຈັນ.

# ຂ່າວ – ພາບ : ຂັນທະວີ

error: Content is protected !!