
ສະໜາມກັອຟລາວຄັນທຣີ ຄລັບ (ຫຼັກ 14) ນຳເອົາເງິນ 35 ລ້ານກວ່າກີບ ທີ່ລະດົມໄດ້ຈາກການແຂ່ງຂັນກັອຟການກຸສົນ ເພື່ອລະດົມທຶນໄປຊ່ວຍສ້າງໂຮງຮຽນ ຫໍພັກ ແລະ ອື່ນໆ ຢູ່ເຂດຊົນນະບົດຫ່າງໄກສອນຫຼີກ ແນໃສ່ເຮັດໃຫ້ເຍົາວະຊົນໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມ.
ພິທີມອບ-ຮັບເງິນຈຳນວນດັ່ງກ່າວ ໄດ້ມີຂຶ້ນວັນທີ 13 ມີນາ ຜ່ານມາ ຢູ່ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເຊິ່ງມອບໂດຍທ່ານ ວຽງທອງ ຈັນລີວົງ ຜູ້ອຳນວຍການບໍລິສັດລ້ານຊ້າງມີເດຍ ຕາງໜ້າ ກຸ່ມບໍລິສັດໂຄລາວ ແລະ ຮັບໂດຍທ່ານ ນວນທອງ ສຸວັນວິໄຊ ຫົວໜ້າຫ້ອງການສູນກາງຊາວໜຸ່ມ ປະຊາ ຊົນປະຕິວັດລາວ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ນວນທອງ ສຸວັນວິໄຊ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈສະໜາມກັອຟ ລາວຄັນທຣີ ຄລັບ ທີ່ໄດ້ນຳເງິນຈາກການລະດົມທຶນມາມອບໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເຊິ່ງພວກເຮົາຈະນຳເງິນຈຳນວນນີ້ໄປຊ່ວຍສ້າງໂຮງຮຽນ ຫໍພັກ ແລະ ອື່ນໆ ໃຫ້ເຂດຫ່າງສອກຫຼີກ ຈຳນວນເງິນດັ່ງກ່າວ ຍັງບໍ່ພຽງພໍຕໍ່ການຕອບສະໜອງຊ່ວຍເຫຼືອພາກສ່ວນທີ່ຍັງຂາດເຂີນ ເຊິ່ງໃນຕໍ່ໜ້າພວກເຮົາຈະສືບ ຕໍ່ຈັດການແຂ່ງຂັນກັອຟ ເພື່ອປຸກລະດົມໃນການບໍລິຈາກຜ່ານການຈັດການແຂ່ງຂັນກັອຟ ພ້ອມທັງເປັນການສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ອີກດ້ວຍ.
ທ່ານ ວຽງທອງ ຈັນລີວົງ ກ່າວວ່າ: ຕ້ອງຂໍຂອບໃຈສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ໄດ້ຮ່ວມກັນຈັດການແຂ່ງຂັນກັອຟລາຍການດີໆແບບນີ້ຂຶ້ນ ເພື່ອຊ່ວຍເຫຼືອສັງຄົມລາວ ແລະ ຕ້ອນຮັບວັນສຳຄັນຕ່າງໆຂອງຊາດ ສະໜາມກັອບລາວຄັນທຣີ ຄລັບ ມີຄວາມຍິນດີ ແລະ ພ້ອມຮັບໃຊ້ສັງຄົມຕໍ່ໄປ ແລະ ຈະມີການວາງແຜນການຮອງຮັບໃນການຈັດການແຂ່ງຂັນຄັ້ງຕໍ່ໄປໃຫ້ເປັນຂະບວນການຟົດຟື້ນ.
ທ່ານ ຫຸມພັນ ທອນຈັນທະວົງ ຜູ້ຈັດການທົ່ວໄປສະໜາມກັອຟລາວຄັນທຣີ ຄລັບ ກ່າວວ່າ: ເງິນທີ່ລະດົມທຶນໄດ້ຄັ້ງນີ້ ເປັນການຮ່ວມມືກັນລະຫວ່າງສະໜາມກັອບລາວຄັນທຣີ ຄລັບ ແລະ ສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ ຈັດແຂ່ງຂັນກັອຟການກຸສົນ ໃນວັນທີ 22 ກຸມພາ 2020 ເພື່ອສ້າງຂະບວນການຕ້ອນຮັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ທັງເປັນການລະດົມທຶນໄປຊ່ວຍເຂດຫ່າງໄກສອກຫຼີກ ໂດຍມີຜູ້ເຂົ້າຮ່ວມແຂ່ງຂັນເຖິງ 200 ກວ່າຄົນ.