ເດືອນຜ່ານມາ ມີຄົນເສຍຊີວິດຍ້ອນອຸບັດເຫດ ເກືອບ 100 ຄົນ

    ວັນ​ທີ 11 ມີ­ນາ 2020 ກົມ​ຕຳ­ຫຼວດ​ຈະ­ລາ­ຈອນ ກົມ​ໃຫຍ່​ຕຳ­ຫຼວດ ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ ໄດ້​ລາຍ​ງານ​ສະ­ພາບ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ ປະ­ຈຳ​ເດືອນ​ໃຫ້​ຊາບ​ວ່າ: ເດືອນ​ກຸມ­ພາ 2020 ທົ່ວ​ປະ­ເທດ​ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ​ທັງ​ໝົດ 576 ລາຍ ມີ​ຄົນ​ເສຍ​ຊີ­ວິດ 95 ຄົນ ຍິງ 13 ຄົນ ທຽບ­ໃສ່​ເດືອນ​ມັງ­ກອນ ຫຼຸດ​ລົງ 227 ລາຍ ແລະ ຜູ້​ເສຍ​ຊີ­ວິດ ຫຼຸດ​ລົງ 27 ຄົນ ຫຼາຍ​ກວ່າ​ໝູ່​ແມ່ນ​ນະ­ຄອນ­ຫຼວງ​ວຽງ​ຈັນ ເສຍ​ຊີ­ວິດ 26 ຄົນ ມີ​ພາ­ຫະ­ນະ​ເປ່​ເພ ທັງ​ໝົດ 1.035 ຄັນ ໃນ​ນີ້ ເປ່​ເພ​ເລັກ​ໜ້ອຍ 467 ຄັນ ສົມ­ຄວນ 541 ຄັນ ໃຊ້​ການ​ບໍ່​ໄດ້ 27 ຄັນ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ທັງ​ໝົດ 867 ຄົນ ຍິງ 153 ຄົນ ໃນ​ນີ້ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ເລັກ​ໜ້ອຍ 311 ຄົນ ສົມ­ຄວນ 434 ຄົນ ແລະ ສາ­ຫັດ 122 ຄົນ.

    ອຸ­ບັດ­ເຫດ​ສ່ວນ​ໃຫຍ່​ແມ່ນ​ເກີດ​ຂຶ້ນ​ຢູ່​ໃນ​ກຸ່ມ​ອາ­ຊີບ​ກຳ­ມະ­ກອນ ສາ­ເຫດ​ຂອງ​ການ​ເກີດ​ອຸ­ບັດ­ເຫດ ຍ້ອນ​ຄວາມ​ປະ­ໝາດ​ຂອງ​ນັກ​ຂັບ​ຂີ່​ເມົາ​ແລ້ວ​ຂັບ ຂັບ​ຂີ່​ໄວ​ເກີນ​ກຳ­ນົດ ບໍ່​ເຄົາ­ລົບ​ກົດ​ລະ­ບຽບ​ຈະ­ລາ­ຈອນ ບໍ່​ໃຫ້​ກຽດ​ກັບ​ຜູ້​ໃຊ້​ເສັ້ນ­ທາງ​ຮ່ວມ​ກັນ ແຊ້ງ​ຊ້າຍ-ຂວາ​ບໍ່​ຮັບ­ປະ­ກັນ ແລະ ອື່ນໆ ເພື່ອ​ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດ­ເຫດ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈະ­ລາ­ຈອນ​ໄດ້​ຮຽກ­ຮ້ອງ​ໃຫ້​ທຸກ​ຄົນ​ທີ່​ໃຊ້​ລົດ ໃຊ້​ຖະ­ໜົນ​ຕ້ອງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ທາງ­ບົກ​ໃຫ້​ເຄັ່ງ​ຄັດ ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ສິ່ງ​ສຳ­ຄັນ​ຄື​ບໍ່​ປະ­ໝາດ ເມົາ​ແລ້ວ​ຫ້າມ​ຂັບ ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ​ທຸກ​ຄັ້ງ ແລະ ກວດ­ກາ​ສະ­ພາບ​ລົດ​ໃຫ້​ມີ​ຄວາມ​ພ້ອມ​ແລ້ວ​ຈຶ່ງ​ອອກ​ເດີນ­ທາງ.

error: Content is protected !!