
ກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສົມທົບກັບພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ (ສສກ ນວ) ບໍລິສັດລ້ານຊ້າງອິນທຣາຄອບໂປຣເຣຊັນຈຳກັດ ແລະ ສູນຈຳໜ່ວຍ ແລະ ຜະລິດເຄື່ອງກີລາຄົບວົງຈອນອີໂວ້ ຈະຈັດການແຂ່ງຂັນກີລາເຕະບານຊາຍ ຮຸ່ນຊາວໜຸ່ມທົ່ວໄປ ໃນທ້າຍເດືອນກັນຍາ ທີ່ຈະມາເຖິງ.
ກົມຂະບວນການຊາວໜຸ່ມ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈັດພິທີລົງນາມບົດບັນທຶກການຮ່ວມມີ ກັບພະແນກ ສສກ ນວ ບໍລິສັດລ້ານຊ້າງອິນທຣາຄອບໂປຣເຣຊັນຈຳກັດ ແລະ ສູນຈຳໜ່ວຍ ແລະ ຜະລິດເຄື່ອງກີລາຄົບວົງຈອນອີໂວ້ ເມື່ອບໍ່ດົນມານີ້ ເພື່ອກຽມຈັດແຂ່ງຂັນກີລາບານເຕະດັ່ງກ່າວ ຊີງຂັນທ່ານຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ສປປ ລາວ ປະຈຳປີ 2020 ເພື່ອສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງຂອງຊາດ ທັງເປັນການເຕົ້າໂຮມຄວາມສາມັກຄີ ລະຫວ່າງສະມາຊິກຊາວໜຸ່ມຂອງບັນດາກະຊວງ ອົງການ ແລະ ນວ ແນໃສ່ພັດທະນາກີ ລາບານເຕະລາວໃຫ້ມີການຂະຫຍາຍຕົວຂຶ້ນໄປເລື້ອຍໆ.
ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸມປະຊາຊົນປະຕິວັດລາວ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ຄາດວ່າຈະມີນັກກີລາຈາກ 18 ກະຊວງ 22 ອົງການ ແລະ ນວ ເຂົ້າຮ່ວມເຊິ່ງຈະແຂ່ງຂັນໃນທ້າຍເດືອນກັນຍາ 2020 ຢູ່ສະໜາມກີລາຫຍ້າທຽມບ້ານໜອງໄຮ ທຸກໆຕອນແລງວັນພຸດ ວັນພະຫັດ ແລະ ວັນສຸກ ແຂ່ງຂັນວັນລະ 2 ຄູ່ ຄາດວ່າຈະໃຫ້ສຳເລັດໃນເດືອນພະຈິກ 2020 ສຳລັບລາຍລະອຽດກົດລະບຽບການແຂ່ງຂັນ ຄະນະກຳມະການຈັດການແຂ່ງຂັນຈະສົ່ງແຈ້ງການໄປຫາກະຊວງ ອົງການ ແລະ ນວ.