ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ

    ວັນທີ 9 ກໍລະກົດ 2022 ທ່ານ ຄຳເຜີຍ ແກ້ວກິນນາລີ ຮອງປະທານຜູ້ປະຈຳການ ບໍລິສັດ ປີໂຕຣລຽມເທຣດດິງ ລາວມະຫາຊົນ ຜູ້ຊີ້ນຳໂຄງການຮ່ວມມືສາກົນ ທ່ານ ສາຄອນ ພິລາງາມ ຜູ້ອຳນວຍການໃຫຍ່ ບໍລິສັດທ່າບົກທ່ານາແລ້ງ ຈຳກັດ ຜູ້ດຽວ ທ່ານ ຈໍາປາ ຄໍາສຸກໃສ ທີ່ປຶກສາອາວຸໂສ ບໍລິສັດວຽງຈັນ ໂລຈິສຕິກພາກ ຈໍາກັດ ແລະ ທ່ານ ປະລິຍາ ນວນທະສິງ ຜູ້ອໍານວຍການຝ່າຍພັດທະນານທຸລະກິດ ບໍລິສັດ ປີໂຕຣລຽມເທຣດດີງ ລາວມະຫາຊົນ ໄດ້ຕ້ອນຮັບການຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ຂອງທ່ານ ເຈິ່ນ ກວັກ ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ຮອງປະທານຄະນະກຳມະການຮ່ວມມືຫວຽດນາມ-ລາວ ພ້ອມຄະນະ.

    ທ່ານ ຄໍາເຜີຍ ແກ້ວກິນນາລີ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ນະຄອນຫຼວງວຽງຈັນ ຂອງທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ພ້ອມຄະນະ ເຊິ່ງເປັນການນໍາເອົາຄວາມຮັກແພງ ຄວາມສາມັກຄີ ແລະ ທັງເປັນໂອກາດແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອພ້ອມກັນສືບຕໍ່ການພັດທະນາດ່ານສາກົນດັ່ງກ່າວ ຈາກນັ້ນ ທ່ານ ສາຄອນ ພິລາງາມ ໄດ້ລາຍງານກ່ຽວກັບປະຫວັດຄວາມເປັນມາ ແລະ ການກໍ່ສ້າງໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ເຊິ່ງໂຄງການດັ່ງກ່າວ ເປັນໜຶ່ງໃນໂຄງການທ່າບົກ 9 ແຫ່ງ ຂອງປະເທດລາວ ເປັນໂຄງການບູລິມະສິດຂອງລັດຖະບານລາວ ເຖິິງວ່າເປັນການລົງທຶນຂອງເອກະຊົນລາວ ແຕ່ທ່າບົກທ່ານາແລ້ງ ໃຫ້ການບໍລິການສາທາລະນະ ແລະ ລັດຖະບານມີສ່ວນຮ່ວມ 30% ແລະ ເລີ່ມກໍ່ສ້າງທ້າຍປີ 2020 ໃຊ້ເວລາ 11 ເດືອນ ສາມາດກໍ່ສ້າງສໍາເລັດໂດຍພື້ນຖານ ໄດ້ເປີດບໍລິການແຕ່ຕົ້ນປີ 2022 ມາຮອດປັດຈຸບັນ ໄດ້ໃຫ້ບໍລິການ 7 ເດືອນ ໂດຍມີການບໍລິການທີ່ໜ້າປະທັບໃຈ ສາມາດເປັນຈຸດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ຜ່ານແດນຂອງນະຄອນຫຼວງວຽງຈັນ ນອກນັ້ນ ເປັນຈຸດເຊື່ອມຕໍ່ການຂົນສົ່ງທາງລົດໄຟລາວ-ຈີນ ໄປຍັງປະເທດອ້ອມຂ້າງເຊັ່ນ:ມຽນມາ ໄທ ກຳປູເຈຍ ຫວຽດນາມ ມາເລເຊຍ ປັດຈຸບັນ ສິນຄ້າຜ່ານແດນຈາກປະເທດຈີນ ຫວຽດນາມ ຜ່ານທ່າບົກ ເຊິ່ງຕາມໂຄງການພັດທະນາຂອງບໍລິສັດ ຖ້າມີທ່າເຮືອຫວຸ້ງອ່າງກໍ່ສ້າງສໍາເລັດ ມັນຈະເພີ່ມເຕີມຄວາມສໍາເລັດການພັດທະນາໂລຈິສຕິກລາວໃຫ້ຢູ່ໃນຫຼັກສູດດ້ວຍຜົນສໍາເລັດ ແລະ ວິໄສທັດຂອງປະທານບໍລິສັດ ພວກເຮົາໄດ້ຮັບການສະໜັບສະໜູນຈາກອົງການການເງິນສາກົນ IFC ມູນຄ່າ 505 ລ້ານໂດລາສະຫະລັດ ເພື່ອຍົກລະດັບທ່າບົກໃຫ້ເປັນທ່າບົກລະດັບອາຊຽນເຊື່ອມກັບເອີຣົບ ເປັນທາງເລືອກໃໝ່ຂອງການຂົນສົ່ງທ່າບົກ ຄຽງຄູ່ກັບການຂົນສົ່ງທາງທະເລ.

    ທ່າບົກທ່ານາແລ້ງ ມີບ່ອນຈອດລົດ 100 ຈຸດ ສາມາດທຽບລົດ 100 ຄັນ ພ້ອມກັນຢູ່ໃນການຂົນສິນຄ້າຂຶ້ນລົງສາງສິນຄ້າ ມີຄວາມສາມາດບັນຈຸ 14.450 ຕູ້ຄອນເທນເນີ ນອກນັ້ນ ຍັງປັບປຸງການຂົນສົ່ງອັນດັບໂລຈິສຕິກຂອງລາວ ໂດຍການບໍລິການຕູ້ຄອນເທນເນີ ເຊິ່ງໃນ 4 ເດືອນຕົ້ນປີ ບໍລິການໄດ້ 11 ພັນຕູ້ ເປັນຕູ້ຜ່ານແດນລາວ-ຈີນ 9.000 ຕູ້ ແລະ ນໍາເຂົ້າສົ່ງອອກລາວ-ໄທ 1.100 ຕູ້.

    ຕອນທ້າຍ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມໄດ້ຢ້ຽມຢາມເບິ່ງຫ້ອງການເຮັດວຽກ ລະບົບປະຕິບັດການຂອງດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ຫ້ອງການແຈ້ງພາສີການກໍ່ສ້າງລາງລົດໄຟລາວ-ຈີນ ເພື່ອມາຄູ່ຂະໜານກັບລົດໄຟ ລາວ-ໄທ ພ້ອມທັງເບິ່ງເສັ້ນທາງຈຸດຂົວມິດຕະພາບ ເຊື່ອມຕໍ່ເຂົ້າຫາດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ.

.

# ຂ່າວ – ພາບ : ຂັນທະວີ

error: Content is protected !!