ພັດທະນາລະບົບສະຖິຕິແຫ່ງຊາດໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ

    ກອງປະຊຸມກ່ຽວກັບແຜນການເຊື່ອມສານ ແລະ ຜະລິດຂໍ້ມູນສະຖິຕິຂະແໜງການຂອງການຈັດຕັ້ງ ລະບົບສະຖິຕິສາຍຂວາງຂອງ ສປປ ລາວ ຈັດຂຶ້ນວັນທີ 11 ກໍລະກົດ 2022 ທີ່ໂຮງແຮມແລນມາກ ນະ ຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ມີທ່ານ Mike Hughrs ຊ່ຽວຊານໂຄງການຮ່ວມມືສະຖິຕິລາວ-ລຸກຊຳບວກ ພ້ອມຮອງຫົວໜ້າສູນສະຖິຕິແຫ່ງຊາດ ຫົວໜ້າ-ຮອງຫົວໜ້າກົມທີ່ກ່ຽວຂ້ອງ ແລະ ຄະນະ ຊ່ຽວຊານໂຄງການຮ່ວມມືສະຖິຕິລາວ-ລຸກຊຳບວກເຂົ້າຮ່ວມ.

    ທ່ານ ນາງ ພອນສະຫຼີ ສຸກສະຫວັດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ແມ່ນກອງປະຊຸມໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ສໍາລັບວຽກງານສະຖິຕິ ທີ່ສືບຕໍ່ຜັນຂະຫຍາຍແຜນຍຸດທະສາດ ແຜນພັດທະນາລະບົບສະຖິຕິແຫ່ງຊາດແບບຍືນຍົງ 2016-2025 ແລະ ວິໄສທັດຮອດປີ 2030 ກໍຄືຂອງແຜນປະຈຳປີຂອງສູນສະຖິຕິແຫ່ງຊາດ ແລະ ຂະແໜງການຂອງພວກເຮົາ ໄລຍະທ້າຍປີ 2021 ສູນສະຖິຕິແຫ່ງຊາດ ໄດ້ປັບປຸງ ແລະ ສ້າງປື້ມບັນຊີຕົວຊີ້ບອກຂະແໜງເສດຖະກິດ ສິ່ງແວດລ້ອມ ແລະ ຂະແໜງສັງຄົມ ຄວາມໝັ້ນຄົງ ປີ 2021-2025 ເພື່ອນໍາໃຊ້ຕິດຕາມປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ IX (2021-2025) ແຜນປະຈຳປີ ວາລະແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ເຊິ່ງເຫັນວ່າບັນດາຕົວຊີ້ບອກດັ່ງກ່າວ ແມ່ນຕິດພັນກັບຜູ້ຜະລິດ ເຊິ່ງແມ່ນຂະແໜງການພວກເຮົາເປັນເຈົ້າການ ເພາະນອກຈາກຈະນໍາໃຊ້ໃນລະດັບຊາດແລ້ວ ບັນດາຕົວຊີ້ບອກຍັງຈຳເປັນ ແລະ ເປັນບ່ອນອີງຕໍ່ການຕິດຕາມປະເມີນການຈັດຕັ້ງປະຕິບັດວຽກງານຂອງຂະແໜງການ.

    ໃນເງື່ອນໄຂທີ່ ສປປ ລາວ ກ້າວສູ່ການພັດທະນາ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ການພັດທະນາລະບົບສະຖິຕິແຫ່ງຊາດໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ ພວກເຮົາຈຶ່ງມີຄວາມຈໍາເປັນສືບຕໍ່ການສ້າງລະບົບຂໍ້ມູນສະຖິຕິມີຄວາມສ່ອດຄ່ອງ ແລະ ເປັນເອກະພາບສູງ ສ່ອງແສງຄວາມເປັນຈິງ ແລະ ຮັບໃຊ້ໄດ້ທຸກຂົງເຂດ ໂດຍຜ່ານລະບົບການລາຍງານແບບບໍລິຫານ ການສໍາຫຼວດຕົວແທນ ແລະ ສຳຫຼວດໃຫຍ່ ໃນແຕ່ລະໄລຍະຢ່າງບໍ່ຢຸດຢັ້ງ.

# ຂ່າວ – ພາບ : ຊິລິການດາ

error: Content is protected !!