ຄະນະກຳມະການຮ່ວມມື ລາວ-ຫວຽດນາມ ສືບຕໍ່ເພີ່ມທະວີການຮ່ວມມື

    ກອງປະຊຸມລະຫວ່າງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ແລະ ຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2022 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ວຽງສະຫວັນ ວິໄລພອນ ຮອງປະທານ ຜູ້ປະຈໍາການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ທ່ານ ເຈີ່ນ ກວັກ ເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮອງປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍຄະນະສອງຝ່າຍເຂົ້າຮ່ວມ.

    ກອງປະຊຸມໃນຄັ້ງນີ້ ສອງຝ່າຍໄດ້ສະຫຼຸບຜົນການກວດກາ ປຶກສາຫາລືແລກປ່ຽນບາງເນື້ອໃນທີ່ກ່ຽວຂ້ອງ ໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ກອງປະຊຸມໄດ້ປະສົບຜົນສໍາເລັດ ເຊິ່ງສອງຝ່າຍເປັນເອກະພາບກັນ ຄື: ຕີລາຄາສະພາບການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມື ລາວ-ຫວຽດນາມ ໃນ 6 ເດືອນຕົ້ນປີ ແລະ ທິດທາງການຮ່ວມມືໃນ 6 ເດືອນທ້າຍປີ 2022 ເຊິ່ງໃນ 6 ເດືອນຕົ້ນປີ ສອງຝ່າຍໄດ້ປະສານສົມທົບຈັດຕັ້ງປະຕິບັດເປັນຢ່າງດີ ບັນດາເນື້ອໃນຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ລາວ-ຫວຽດນາມ ປະຈໍາປີ 2022 ມີປະສິດທິຜົນຕົວຈິງໃນການຊຸກຍູ້ການພົວພັນຮ່ວມມືສອງປະເທດໃນທຸກຂົງເຂດ.

    ຈຸດສຸມຊຸກຍູ້ການຮ່ວມມືຂອງສອງຄະນະກຳມະການ ໃນ 6 ເດືອນທ້າຍປີ 2022 ສືບຕໍ່ເສີມຂະຫຍາຍບັນດາກົນໄກການຮ່ວມມືສອງຝ່າຍຢ່າງມີປະສິດທິຜົນ ປະສານສົມທົບຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 44 ຢ່າງມີປະສິດທິຜົນ ຊຸກຍູ້ບັນດາກະຊວງ ຂະແໜງການ ທ້ອງຖິ່ນ ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ໄດ້ໃຫ້ຄຳໝັ້ນສັນຍາຢ່າງມີປະສິດທິຜົນ ເພື່ອຕ້ອນຮັບການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ປີ 2022 ສືບຕໍ່ຊຸກຍູ້ບັນດາໂຄງການຈຸດສຸມເຊັ່ນ: ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ ເສັ້ນທາງລົດໄຟ ວຽງຈັນ-ຫວຸ່ງອາງ ບໍ່ເກືອກາລີ ຄຳມ່ວນ ສະໜາມບິນໜອງຄ້າງ ພິເສດ ສູ້ຊົນປະສານສົມທົບແກ້ໄຂຂໍ້ຫຍຸ້ງຍາກ ຄົງຄ້າງ ເພື່ອເຮັດໃຫ້ວຽກກຳມະສິດຖືຮຸ້ນຂອງລັດຖະບານລາວ ຢູ່ບໍລິສັດຮຸ້ນສ່ວນສາກົນ ລາວ-ຫວຽດ (ທ່າເຮືອຫວຸ່ງອ້າງ 1 2 ແລະ 3) ເພີ່ມຂຶ້ນເປັນ 60% ສຳເລັດ ກ່ຽວກັບທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມໃຫ້ແກ່ລາວ ຊຸກຍູ້ບັນດາອົງການ ຫົວໜ່ວຍກ່ຽວຂ້ອງ ຍູ້ໄວຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາໂຄງການຄື: ກໍ່ສ້າງສະຖາບັນການເງິນດົງຄຳຊ້າງໄລຍະ 3 ໂຮງໝໍມິດຕະພາບ ແຂວງຊຽງຂວາງ ສະຖານີວິທະຍຸ-ໂທລະພາບແຂວງບໍ່ແກ້ວ ໃຫ້ສຳເລັດ ເພື່ອຄຳນັບຮັບຕ້ອນປີສາມັກຄີມິດຕະພາບ ປີ 2022.

    ສໍາລັບການນຳໃຊ້ທຶນຊ່ວຍເຫຼືອລ້າຂອງຫວຽດນາມໃຫ້ແກ່ລາວ ສອງຝ່າຍເປັນເອກະພາບເພີ່ມທະວີຊຸກຍູ້ຄວາມຄືບໜ້າ ຄຸນນະພາບບັນດາໂຄງການ ປັບປຸງຄວາມຊັກຊ້າທີ່ເກີດຈາກການລະບາດຂອງພະຍາດ ໂຄວິດ-19 ໃນໄລຍະຜ່ານມາ.

# ຂ່າວ – ພາບ : ສີພອນ

error: Content is protected !!