ທະນາຄານ ICBC ໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດ

    ເພື່ອເປັນການເພີ່ມທະວີການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງການເງິນເປັນດີຈິຕອນ ກໍຄືແຜນພັດທະນາການຫັນວຽກງານຄັງເງິນເປັນທັນສະໄໝ ແຕ່ປີ 2021-2025 ໃນວັນທີ 8 ກໍລະກົດ 2022 ທີ່ທະນາຄານອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ສາຂານະຄອນຫຼວງວຽງຈັນ (ICBC) ໄດ້ຈັດພິທີເຊັນສັນຍາລະຫວ່າງຄັງເງິນແຫ່ງຊາດ ກະຊວງການເງິນ ກັບທະນາຄານ ICBC ສາຂານະຄອນຫຼວງວຽງຈັນ ວ່າດ້ວຍການໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆ ເຂົ້າບັນຊີງົບປະມານແຫ່ງລັດ.

    ເປັນກຽດລົງນາມໃນເອກະສານສຳຄັນຄັ້ງນີ້ ມີຂຶ້ນລະຫວ່າງທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ແລະ ທ່ານ ຊຸນ ເຟິ່ງ ເຫຼີຍ ຜູ້ອຳນວຍການໃຫຍ່ທະນາຄານ ICBC ສາຂານະຄອນຫຼວງວຽງຈັນ ເຂົ້າຮ່ວມເປັນສັກຂີພະຍານໂດຍທ່ານ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະກົມ ຕາງໜ້າຈາກຄັງເງິນແຫ່ງຊາດ ກົມສ່ວຍສາອາກອນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ.

    ການໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ ICBC ເປັນການພັດທະນາການເຊື່ອມຕໍ່ໂດຍກົງ ລະຫວ່າງລະບົບການຮັບຊຳລະພັນທະຂອງທະນາຄານ ແລະ ລະບົບຄຸ້ມຄອງຂໍ້ມູນຂ່າວສານຄັງເງິນ (ລະບົບ RTIS) ແລະ ລະບົບ TAXRIS ຂອງກົມສ່ວຍສາອາກອນ. ສຳລັບການເປີດໃຫ້ບໍລິການຮັບຊຳລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ ICBC ເບື້ອງຕົ້ນ ແມ່ນຈະເປີດໃຫ້ບໍລິການຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC ເຊິ່ງຈະເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 11 ກໍລະກົດ 2022 ເປັນຕົ້ນໄປ ນອກຈາກການໃຫ້ບໍລິການຮັບຊຳລະຜ່ານຊ່ອງທາງປ່ອງບໍລິການຂອງ ICBC ແລ້ວ ICBC ກໍຍັງສຶບຕໍ່ພັດທະນາການຊຳລະພັນທະອາກອນຜ່ານຊ່ອງທາງ E-banking ແລະ ສືບຕໍ່ພັດທະນາປັບປຸງລະບົບການຊຳລະຮ່ວມກັບຄັງເງິນແຫ່ງຊາດ ແລະ ກົມສ່ວຍສາອາກອນໃນຂັ້ນຕອນຕໍ່ໄປ.

    ໃນໂອກາດດັ່ງກ່າວນີ້ ທະນາຄານ ICBC ສາຂານະຄອນຫຼວງວຽງຈັນ ຍັງໄດ້ປະຕິບັດການມອບພັນທະອາກອນກຳໄລ 6 ເດືອນຕົ້ນປີ 2022 ຈຳນວນ 117,39 ຕື້ກີບ.

# ຂ່າວ – ພາບ :  ຊິລິການດາ

error: Content is protected !!