ສ້າງຄວາມເຂົ້າໃຈລະບົບຄຸ້ມຄອງຈັດການສິ່ງແວດລ້ອມ ແລະ ສັງຄົມ

    ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດເຝິກອົບຮົມກ່ຽວກັບວຽກງານລະບົບຄຸ້ມຄອງຈັດການສິ່ງແວດລ້ອມ ແລະ ສັງຄົມ ໃຫ້ແກ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ບັນດາທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການຄື ທະນາຄານລາວຈີນ ທະນາຄານມາຣູຮານເຈແປນ ລາວ ທະນາຄານຮ່ວມທຸລະກິດລາວ-ຫວຽດ ທະນາຄານຊາຄອມແບັງ ລາວ ແລະ ທະນາຄານຫວຽດຕິນ ລາວ ທ້າຍອາທິດຜ່ານມານີ້ ທີ່ໂຮມແຮມຄຣາວພລາຊາ ເປັນປະທານຂອງທ່ານ ສາ ສີລິພົງ ຮອງຫົວໜ້າກົມ ກສວ ມີທີມງານຊ່ຽວຊານສິ່ງແວດລ້ອມ ແລະ ສັງຄົມຈາກທະນາຄານໂລກ ໂຄງການ ແລະ ສຳມະນາກອນເຂົ້າຮ່ວມ.

    ຈຸດປະສົົງຂອງການເຝິກອົບຮົມໃນຄັ້ງນີ້ ເພື່ອເຜີຍແຜ່ຫຼັກການ ນະໂຍບາຍດ້ານການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ໃຫ້ກັບພາກສ່ວນທີກ່ຽວຂ້ອງຫຼັກ ໂດຍສະເພາະ ການສ້າງຄວາມສາມາດໃຫ້ແກ່ບັນດາສະຖາບັນການເງິນທີເຂົ້າຮ່ວມໂຄງການ ແລະ ພາກທຸລະກິດໃນການປະເມີນຄວາມສ່ຽງ ແລະ ບັນຫາດ້ານສິ່ງແວດລ້ອມ ແລະ ສັງຄົມທີ່ອາດຈະເກີດຂຶ້ນຈາກການດຳເນີນທຸລະກິດຂອງບັນດາຫົວໜ່ວຍຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ການປະເມີນ ແລະ ຄຸ້ມຄອງກ່ຽວກັບບັນຫາສິ່ງແວດລ້ອມ ແລະ ສັງຄົມຂອງບາງຫົວໜ່ວຍທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການ ທີ່ຜ່ານມາ ໄດ້ມີການລິເລີ່ມມາໄລຍະໜຶ່ງແລ້ວ ແຕ່ເນື່ອງຈາກຍັງບໍ່ທັນມີປະສົບການທີ່ພຽງພໍໃນການຈັດຕັ້ງປະຕິບັດຕົວຈິງ.

     ການເຝິກອົບຮົມຄັ້ງນີ້ ໄດ້ສຸມໃສ່ບັນດາເນື້ອໃນດ້ານຕ່າງໆ ເປັນຕົ້ນແມ່ນການນໍາສະເໜີຂອບສິ່ງແວດລ້ອມ ແລະ ສັງຄົມ ນໍາສະເໜີບົດແຜນຕິດຕາມຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຫຼັກການ ວິເຄາະ ແລະ ຈັດປະເພດຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ສັງຄົມ ແນະນໍາວິທີການຕື່ມຂໍ້ມູນໃນແບບຟອມສິ່ງແວດລ້ອມ ແລະ ສັງຄົມເພື່ອປະກອບໃນບົດຂໍສິນເຊື່ອ ຫຼັກການນໍາໃຊ້ ແລະ ຄຸ້ມຄອງແຮງງານ ຫຼັກການ ແລະ ຂະບວນການຮ້ອງທຸກ ນອກຈາກນີ້ ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ພາຍຫຼັງສິ້ນສຸດການເຝິກອົບຮົມ ຜູ້ເຂົ້າຮ່ວມຈະໄດ້ນໍາເອົາບັນດາຄວາມຮູ້ ແລະ ບົດຮຽນ ເພື່ອນໍາໄປໝູນໃຊ້ເຂົ້າໃນການເຮັດວຽກງານຂອງຕົນທີ່ຮັບຜິດຊອບໃຫ້ເກີດປະໂຫຍດສູງສຸດ.

    ການເຝິກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູ ຈາກໂຄວິດ-19 (MSME A2F-ESR).

#  ຂ່າວ – ພາບ :  ອົ່ນ ໄຟສົມທອງ

error: Content is protected !!