ມະຫາວິທະຍາໄລຊູໂຈລາວ ມອບໃບປະກາສະນິຍະບັດໃຫ້ນັກສຶກສາປະລິນຍາຕີຊຸດທຳອິດ

    ພິທີມອມ-ຮັບໃບປະກາສະນິຍະບັດ ຂອງມະຫາວິທະຍາໄລຊູໂຈລາວ ແລະ ມະຫາວິທະຍາໄລຊູໂຈຈີນ ຈັດຂຶ້ນວັນທີ 9 ກໍລະກົດ 2022 ທີ່ວິທະຍາເຂດໃໝ່ຂອງມະຫາວິທະຍາໄລຊູໂຈລາວ (ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ) ເປັນກຽດເຂົ້າຮ່ວມຂອງທ່ານ ສາຍຂອງ ສາຍນະສິນ ຫົວໜ້າກົມສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ທ່ານ ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດລາວ ມີອະດີດຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ເຈົ້າເມືອງໄຊເສດຖາ ຮອງອະທິການບໍດີມະຫາວິທະຍາໄລຊູໂຈລາວ ປະທານສະມາຄົມການສຶກສາພາກເອກະຊົນ ພ້ອມດ້ວຍແຂກຖືກເຊີນ ຄູ-ອາຈານ ນັກສຶກສາ ແລະ ພໍ່ແມ່ຜູ້ປົກຄອງເຂົ້າຮ່ວມ.

    ທ່ານ Huang Wen Jun ຮອງອະທິການບໍດີ ຜູ້ປະຈຳການມະຫາວິທະຍາໄລຊູໂຈລາວ ກ່າວວ່າ ມະຫາວິທະຍາໄລຊູໂຈ ແມ່ນມະຫາວິທະຍາໄລຕ່າງປະເທດແຫ່ງທຳອິດທີ່ມະຫາວິທະຍາໄລຊູໂຈຈີນເຂົ້າມາລົງທຶນ ແລະ ເປັນມະວິທະຍາໄລທີ່ ສປ ຈີນອະນຸມັດໃຫ້ສ້າງຕັ້ງຢູ່ຕ່າງປະເທດ ໂດຍຕິດພັນກັບແນວຄວາມຄິດລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງຊູໂຈ ກໍຄື ສປ ຈີນ ສູ່ອາຊີຕາເວັນອອກສຽງໃຕ້ ເພື່ອດຶງດູເອົານັກສຶກສາລາວໃຫ້ມີໂອກາດເຂົ້າສຶກສາໃນມະຫາວິທະຍາໄລຊູໂຈໃນສາຂາວິຊາຕ່າງໆ ໂດຍໄດ້ຖືເອົາການຮຽນ-ການສອນທີ່ມີຄຸນນະພາບ ປະກອບສ່ວນເຂົ້າໃນການຜັນຂະຫຍາຍຂໍ້ລິເລີ່ມ ໜຶ່ງແລວງໜຶ່ງເສັ້ນທາງ ທີ່ສົ່ງເສີມການພົວພັນແລກປ່ຽນທາງດ້ານຄວາມຮູ້ ຄວາມສາມາດ ວັດທະນະທຳຂອງປະຊາຊົນສອງ​ຊາດ​ລາວ-ຈີນ ທີ່ເປັນສັນຍະລັກສຳຄັນຂອງໜຶ່ງແລວໜຶ່ງເສັ້ນທາງ ເປັນນາມບັດທາງດ້ານວັດທະນະທຳ ແລະ ເປັນຈຸດໝາຍປາຍທາງຂອງການແລກປ່ຽນເສດຖະກິດ ການຄ້າ ພ້ອມກັນນັ້ນ ກໍໄດ້ສຸມໃສ່ພັດທະນາໃຫ້ມີຄຸນນະພາບສູງຂອງບັນດາໂຮງຮຽນພາກເອກະຊົນໃນປະເທດລາວ.

    ສຳລັບນັກສຶກສາທີ່ຈົບຈາກມະຫາວິທະຍາໄລຊູໂຈລາວຊຸດນີ້ ແມ່ນເປັນນກສຶກສາຊຸດທໍາອິດທີ່ຮຽນໃນລະບບົ 4 ປີ (ປະລິນຍາຕີ) ຢູ່ລາວ ຈຳນວນ 7 ຄົນ ໃນນີ້ສາຂາພາສາຈີນ 6 ຄົນ ສາຂາເສດຖະສາດ ແລະ ການຄ້າສາກົນ 1 ຄົນ ນອກຈາກນີ້ ໃນພິທີກໍໄດ້ມອບໃບປະກາດສະນິຍະບັດໃຫ້ນັກສຶກສາທີ່ຈົບຈາກມະຫາວິທະຍາໄລຊູູໂຈຈີນ 8 ຄົນ ປະລີນຍາຕີ ສາຂາເສດຖະກິດການຄ້າສາກົນ 5 ຄົນ ແລະ ປະລິນຍາໂທ 3 ຄົນ ໃນນີ້ສາຂາພົວພັນຕ່າງປະເທດ 1 ຄົນ ສາຂາບໍລິຫານລັດ 1 ຄົນ ແລະ ສາຂາທຸລະກິດສາກົນ 1 ຄົນ ເປັນກຽດມອບໃບປະກາສະນິຍະບັດໂດຍທ່ານ Huang Wen Jun.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!