ປຸກລະດົມສ້າງຂະບວນການຕ້ານ ແລະ ສະກັດກັ້ນພະຍາດໄຂ້ຍຸງລາຍ

    ວັນທີ 9 ກໍລະກົດ 2022 ທີ່ວັດບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍທ່ານຮອງລັດຖະມົນຕີ ທ່ານ ຊົງເລົາ ຍົງນູ ຫົວໜ້າຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ທ່ານຮອງເຈົ້າເມືອງ ບັນດາກົມ ພະແນກສາທານະສຸກນະຄອນຫຼວງວຽງຈັນ ສູນ ນັກຮົບຊຸດຂາວ ໄດ້ເປີດຂະບວນການລົງຊຸກຍູ້ອຳນາດການປົກຄອງບ້ານຄຳຮຸ່ງ ເມືອງຈັນທະບູລີ ທຳລາຍແຫຼ່ງເພາະພັນຍຸງລາຍ.

    ພະຍາດໄຂ້ຍຸງລາຍ ແມ່ນພະຍາດໜຶ່ງທີ່ເປັນບັນຫາທາງດ້ານສາທາລະນະສຸກໃຫ້ ສປປ ລາວ ມາເປັນເວລາດົນນານ ຈົນມາເຖິງປັດຈຸບັນ ມີຄົນຕິດເຊື້ອພະຍາດດັ່ງກ່າວ ແລະ ເສຍຊີວິດຈຳນວນຫຼາຍໃນແຕ່ລະປີ ແລະ ປີນີ້ ສປປ ລາວ ຂອງພວກເຮົາ ກໍມີທ່າອ່ຽງຈະເກີດການລະບາດໃຫ່ຍຂອງພະຍາດໄຂ້ຍຸງລາຍ ໂດຍສະເພາະ ນະຄອນຫຼວງວຽງຈັນ.

    ສຳລັບຂະບວນການດັ່ງກ່າວ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໄຂ້ຍຸງລາຍທົ່ວເມືອງໄຊທານີ ຫຼັງຈາກນັ້ນ ທ່ານລັດຖະມົນຕີໄດ້ແນະນຳທຸກພາກສ່ວນໃຫ້ເອົາໃຈໃສ່ປຸກລະດົມຢ່າງຈິງຈັງ ພ້ອມຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເປັນເຈົ້າການອະນາໄມທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍພາຍໃນຄອບຄົວ ແລະ ຊຸມຊົນຂອງຕົນເອງ ແລະ ກະຊວງສາທາ ລະນະສຸກ ພ້ອມທີ່ຈະໃຫ້ການສະໜັບສະໜູນພໍ່ແມ່ປະຊາຊົນໃນການຕ້ານພະຍາດດັ່ງກ່າວ ເພື່ອໃຫ້ຄົນຕິດ ເຊື້ອພະຍາດໄຂ້ຍຸງລາຍຫຼຸດໜ້ອຍຖອຍລົງເທື່ອລະກ້າວ..

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!