ທ່ານ ຊິນໂຊ ອາເບະ ເປັນຜູ້ນໍາທີ່ໃຫ້ຄວາມສຳຄັນໃນການຮ່ວມມື ຍີ່ປຸ່ນ-ລາວ

    ທ່ານ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ໄດ້ເສຍຊີວິດຢ່າງກະທັນຫັນ ຍ້ອນຖືກລອບຍິງໃນຂະນະທີ່ທ່ານກໍາລັງກ່າວປາໄສໂຄສະນາຫາສຽງຊ່ວຍສະມາຊິກພັກເສລີປະຊາທິປະໄຕຍີ່ປຸ່ນ ທີ່ເມືອງນາຣະ ໃນວັນທີ 8 ກໍລະກົດ 2022 ລວມອາຍຸໄດ້ 67 ປີ. 

    ຕະຫຼອດໄລຍະທີ່ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ທ່ານ ຊິນໂຊ ອາເບະ ເປັນຜູ້ນໍາຄົນໜຶ່ງທີ່ມີວິໄສທັດກວ້າງໄກ ມີບົດບາດສໍາຄັນ ແລະ ປະກອບສ່ວນຢ່າງໃຫຍ່ຫຼວງ ໃນການຊີ້ນໍາ-ນໍາພາປະເທດຍີ່ປຸ່ນ ກໍຄືການສົ່ງເສີມການພົວພັນ ແລະ ການຮ່ວມມືໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ແມ່ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີຮັດແໜ້ນການພົວພັນ ແລະ ການຮ່ວມມືທີ່ດີມີມາແຕ່ດົນນານ ລະຫວ່າງຍີ່ປຸ່ນ ແລະ ສປປ ລາວ ໃຫ້ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ກ້າວໄປເຖິງການຍົກລະດັບເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ຍີ່ປຸ່ນ ແລະ ສປປ ລາວ ໃນປີ 2015 ຜ່ານມາ. 

    ໃນໄລຍະທີ່ທ່ານ ຊິນໂຊ ອາເບະ ເປັນນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນ ສະໄໝທີ 1 (2006-2007) ແລະ ສະໄໝທີ 2 (2012-2020), ການພົວພັນຮ່ວມມືສອງປະເທດ ເຫັນວ່ານັບມື້ໄດ້ຮັບການເສີມຂະຫຍາຍ ການນຳແຕ່ລະຂັ້ນໄດ້ການແລກປ່ຽນຢ້ຽມຢາມຄະນະຜູ້ແທນຂັ້ນຕ່າງໆ ໃນນັ້ນ ການຢ້ຽມຢາມຂອງການນຳຂັ້ນສູງຂອງລາວ ໄດ້ເດີນທາງໄປຍີ່ປຸ່ນຈຳນວນ 30 ກວ່າຄັ້ງ ພ້ອມທັງໄດ້ຮ່ວມລົງນາມໃນເອກະສານການຮ່ວມມືຊ່ວຍເຫຼືອຫຼາຍສະບັບ ເປັນຕົ້ນ ໄດ້ລົງນາມເອກະສານແລກປ່ຽນກ່ຽວກັບເງິນຊ່ວຍເຫຼືອສຳລັບໂຄງການນ້ຳປະປາເກົ້າລ້ຽວ ແລະ ໂຄງການຍົກລະດັບໂຮງໝໍເມືອງຈາກລັດຖະບານຍີ່ປຸ່ນ ໃນວົງເງິນ 192 ລ້ານເຢນ ລົງນາມເອກະສານແລກປ່ຽນກ່ຽວກັບເງິນຊ່ວຍເຫຼືອນອກໂຄງການ ຈາກລັດຖະບານຍີ່ປຸ່ນ ໃນວົງເງິນ 1.100 ລ້ານເຢນ ແລະ ລົງນາມໃນເອກະສານແລກປ່ຽນກ່ຽວກັບເງິນກູ້ 500 ລ້ານເຢນ ສໍາລັບໂຄງການແກ້ໄຂຄວາມທຸກຍາກຢູ່ ສປປ ລາວ; ລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອ 2 ໂຄງການຄື: ໂຄງການຊ່ວຍເຫຼືອນອກໂຄງການ ມູນຄ່າ 500 ລ້ານເຢນ ໂຄງການເກັບກູ້ລະເບີດທີ່ບໍ່ທັນແຕກ ມູນຄ່າ 845 ລ້ານເຢນ ດັ່ງນີ້ເປັນຕົ້ນ. ພ້ອມນີ້ ການນຳຈາກປະເທດຍີ່ປຸ່ນ ກໍໄດ້ເດີນທາງມາ ສປປ ລາວ ຈຳນວນ 14 ຄັ້ງ ແລະ ຮ່ວມເປັນສັກຂີພິຍານໃນການລົງນາມບົດບັນທຶກການຮ່ວມມືໃນຂົງເຂດການຮັກສາສຸຂະພາບ ລະຫວ່າງກະຊວງສາທາລະນະສຸກ ສປປ ລາວ ແລະ ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ ຍີ່ປຸ່ນ ເຊັນສັນຍາຂົນສົ່ງທາງອາກາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃນວັນທີ 16 ມັງກອນ 2015. 

    ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 6 ກັນຍາ 2016 ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆທີ່ ສປປ ລາວ ເປັນເຈົ້າພາບຈັດຂຶ້ນໃນລະຫວ່າງວັນທີ 6-8 ກັນຍາ 2016 ທີ່ນະຄອນຫຼວງວຽງຈັນ ທ່ານ ຊິນໂຊ ອາເບະ ກໍໄດ້ພົບປະສອງຝ່າຍກັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທັງສອງຝ່າຍໄດ້ຕົກລົງກ່ຽວກັບ ແຜນເສີມຂະຫຍາຍການພົວພັນຮ່ວມມື ຍີ່ປຸ່ນ-ລາວ ຊຶ່ງຖືວ່າເປັນບາດກ້າວໃໝ່ແຫ່ງການພົວພັນຮ່ວມມືຂອງສອງປະເທດ ໂດຍຍີ່ປຸ່ນຈະສືບຕໍ່ກະຕຸກຊຸກຍູ້ການຈັດຕັ້ງປະຕິບັດແຜນດັ່ງກ່າວໃຫ້ໄດ້ຮັບໝາກຜົນໂດຍໄວ ເພື່ອຊ່ວຍພັດທະນາປະເທດລາວໃຫ້ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020 ພ້ອມທັງໄດ້ຕົກລົງກ່ຽວກັບ ການລົງທຶນດ້ານການຄົມມະນາຄົມຂົນສົ່ງ ໂຮງງານຜະລິດກະແສໄຟຟ້າ ຊັບພະຍາກອນມະນຸດ ວຽກງານກະສິກຳ ແລະ ວຽກງານສາທາລະນະສຸກ ຕື່ມອີກ. 

#  ຂ່າວ: ຈ ແກ້ວບົວວັນ

error: Content is protected !!