ຊໍາຊຸງ ສະໜັບສະໜູນງານແຂ່ງຂັນກີລາເທຄວັນໂດລາວ ເພື່ອສົ່ງເສີມໃຫ້ເມືອງປູຊານ ເປັນເຈົ້າພາບງານ World Expo 2030

    ບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ມອບໂທລະສັບມືຖື 11​ ເຄື່ອງ ໃຫ້ຜູ້ຊະນະການແຂ່ງຂັນເທຄວັນໂດ ຊີງຂັນເອກອັກຄະລັດຖະທູດ ສ ເກົາຫຼີ ຄັ້ງທີ 7 ຈັດຂຶ້ນວັນທີ 9-10 ກໍລະກົດ 2022 ຢູ່ສູນກີລາເທຄວັນໂດລາວ.

    ຜູ້ຕາງໜ້າບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ກ່າວວ່າ: “ພວກເຮົາຮູ້ສຶກເປັນກຽດ ແລະ ຍິນດີທີ່ໄດ້ເປັນສ່ວນໜຶ່ງຂອງການແຂ່ງຂັນຄັ້ງນີ້ ແລະ ພວກເຮົາຮູ້ສຶກດີໃຈທີ່ວັດທະນະທຳເກົາຫຼີ ທີ່ປະກອບດ້ວຍເພງ ຮູບເງົາ ແລະ ກີລາ ໄດ້ກາຍເປັນອີກໜຶ່ງກິດຈະກຳທີ່ສ້າງຄວາມສຸກ ແລະ ຄວາມບັນເທິງໃຫ້ໄວໜຸ່ມລາວ ພວກເຮົາຫວັງວ່າຈະມີໂອກາດນໍາສະເໜີກິດຈະກຳອື່ນໆສູ່ໄວໜຸ່ມລາວໃນອະນາຄົດ “.

    ທ່ານ ອິມ ມູຮົງ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ກ່າວວ່າ: ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ທີ່ໄດ້ຈັດການແຂ່ງຂັນເທຄວັນໂດ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ຄັ້ງທີ 7 ເທຄວັນໂດ ເປັນກີລາໜຶ່ງທີ່ເປັນທີ່ນິຍົມໃນລາວ ປັດຈຸບັນ ມີສະໂມສອນເຝິກຊ້ອມປະມານ 30 ສະໂມສອນທົ່ວປະເທດ ແລະ ມີນັກກີລາປະມານ 2.500 ຄົນ ການແຂ່ງຂັນຄັ້ງນີ້ ເພື່ອເປັນເວທີໃຫ້ນັກກີລາລາວ ໃນການເຝິກຝົນທັກສະ ເພື່ອກ້າວສູ່ເວທີສາກົນ ແລະ ເພື່ອສົ່ງເສີມການຮ່ວມມືດ້ານການກີລາ ລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ.

    ການສະໜັບສະໜູນງານຄັ້ງນີ້ ເປັນສ່ວນໜຶ່ງຂອງການສະໜັບສະໜູນຂອງຊໍາຊຸງທົ່ວໂລກ ເພື່ອສະເໜີຊື່ໃຫ້ເມືອງປູຊານເປັນເຈົ້າພາບຈັດງານ World Expo 2030 ສ ເກົາຫຼີ ໄດ້ຜ່ານການຈັດງານໃຫຍ່ລະດັບໂລກມາຫຼາຍງານ ເຊັ່ນ: ກີລາໂອແລມປິກລະດູໜາວ ເຕະບານໂລກ ກີລາອາຊຽນ ແລະ ອື່ນໆ  ເມືອງປູຊານ ເປັນເມືອງທີ່ຮູ້ຈັກກັນດີໃນເລື່ອງຂອງການຈະເລີນເຕີບໂຕແບບວ່ອງໄວ ຈາກເມືອງນ້ອຍໆ ສູ່ຈຸດສູນກາງດ້ານເສດຖະກິດ ແລະ ວັດທະນະທຳທີ່ສຳຄັນ ປູຊານມີເນື້ອທີ່ 770 ກິໂລຕາແມັດ ປະຊາກອນ 3,5 ລ້ານຄົນ ນອກນີ້ ປູຊານຍັງຖືກສະເໜີຊື່ໂດຍອົງການ BIE ໃຫ້ເປັນເຈົ້າພາບຈັດງານ World Expo 2030 ອີກດ້ວຍ.

    ທ່າເຮືອເໜືອຂອງປູຊານ ມີເນື້ອທີ່ 3,44 ລ້ານກິໂລຕາແມັດ ເຊິ່ງຕັ້ງຢູ່ເຂດຕົວເມືອງປູຊານ ສະຖານທີ່ດັ່ງກ່າວ ມີແຜນທີ່ຈະຖືກນຳໃຊ້ເປັນສະຖານທີ່ຈັດງານ World Expo 2030 ພາຍໃຕ້ຫົວຂໍ້ “Transforming Our World Navigating toward a Better Future” ພາຍໃນງານຈະປະກອບມີສິ່ງອຳນວຍຄວາມສະດວກ ເຊັ່ນ: ລະບົບຂົນສົ່ງ ແລະ ສັນຍານອິນເຕີເນັດ 6G ເພື່ອຮັບໃຊ້ແຂກໃນງານ World Expo 2030 ຕະຫຼອດໄລຍະເວລາ 184 ວັນ ເລີ່ມແຕ່ເດືອນພຶດສະພາ-ຕຸລາ 2030 ດ້ວຍປະສົບການອັນຫຼວງຫຼາຍຂອງ ສ ເກົາຫຼີ ໃນການຈັດງານລະດັບໂລກມາກ່ອນ ລວມທັງພູມສັນຖານຂອງເມືອງປູຊານ ເຊື່ອວ່າຈະສາມາດເປັນເຈົ້າພາບຈັດງານຄັ້ງນີ້ໄດ້ຢ່າງປະສົບຜົນສຳເລັດ ເຊິ່ງບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ຍັງຂໍການສະໜັບສະໜູນຈາກປະຊາຊົນລາວ ໃຫ້ ສ ເກົາຫຼີ ໃນການສະເໜີຊື່ເປັນເຈົ້າພາບຈັດງານ World Expo 2030 ທີ່ ປູຊານ.

    ການສະໜັບສະໜູນຂອງບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ບໍ່ໄດ້ເປັນພຽງການສົ່ງເສີມໃຫ້ ປູຊານໄດ້ເປັນເຈົ້າພາບຈັດງານ World Expo 2030 ແຕ່ຍັງເປັນອີກໜຶ່ງບາດກ້າວຂອງບໍລິສັດ ໃນການສະໜັບສະໜູນ ແລະ ສົ່ງເສີມທັກສະຂອງນັກກີລາເທຄວັນໂດລາວ ໃຫ້ກ້າວສູ່ລະດັບສາກົນ ບໍລິສັດ ລາວຊໍາຊຸງ ເອເລັກໂຕຣນິກ ຈຳກັດຜູ້ດຽວ ຫວັງວ່າໃນອະນາຄົດ ຈະສາມາດສືບຕໍ່ຊ່ວຍເຫຼືອກິດຈະກຳເຫຼົ່ານີ້ ເພື່ອເພີ່ມພູນສາຍສຳພັນຂອງສອງປະເທດ ສ ເກົາຫຼີ ແລະ ສປປ ລາວ. 

# ຂ່າວ – ພາບ : ສະບາໄພ 

error: Content is protected !!