ຫາລືເພື່ອເສີມຂະຫຍາຍການຮ່ວມມືສື່ມວນຊົນໃນກຸ່ມປະເທດ ບຣິກສ໌ ຄັ້ງທີ 5

    ຜູ້ຕາງໜ້າຄະນະສື່ມວນຊົນຈາກບັນດາປະເທດກໍາລັງພັດທະນາ ທີ່ມີເສດຖະກິດຂະຫຍາຍຕົວໄວ ຫຼື ບຣິກສ໌ (BRICS) ປະກອບມີ: ບຣາຊີນ ຣັດເຊຍ ອິນເດຍ ສປ ຈີນ ແລະ ອາຟຣິກກາໃຕ້ ພ້ອມດ້ວຍສື່ມວນຊົນຮັບເຊີນຈາກປະເທດຕ່າງໆເກືອບ 300 ຄົນ ໄດ້ເຂົ້າຮ່ວມເວທີປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືສື່ມວນຊົນໃນກຸ່ມປະເທດ ບຣິກສ໌ ຄັ້ງທີ 5 (5th BRICS Media Forum) ໃນວັນທີ 8 ກໍລະກົດ 2022 ໂດຍແມ່ນ ສປ ຈີນ ເປັນເຈົ້າພາບ ຈັດຂຶ້ນທີ່ນະຄອນຫຼວງປັກກິ່ງ ໂດຍຜ່ານລະບົບທາງໄກ ພາຍໃຕ້ຄໍາຂວັນ “ສ້າງຄວາມເປັນເອກະພາບພາຍໃນກຸ່ມບຣິກສ໌ ສົ່ງເສີມການພັດທະນາໂລກ’’ ໂດຍມີ ທ່ານ ຟູ ຮົວ (Fu Hua) ປະທານບໍລິຫານກອງປະຊຸມສື່ມວນຊົນກຸ່ມບຣິກສ໌ ປະທານສໍານັກຂ່າວຊິນຮວາ ເປັນປະທານ.

    ສໍາລັບຕາງໜ້າສື່ມວນຊົນລາວໄດ້ຮັບກຽດເຊີນເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນທ່ານ ຄໍາເຜີຍ ພິລະພາ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວ ພ້ອມດ້ວຍຄະນະ. 

    ກອງປະຊຸມຄັ້ງນີ້ ຕາງໜ້າສື່ມວນຊົນປະເທດໃນກຸ່ມບຣິກສ໌ ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃນການນໍາໃຊ້ສື່ມວນຊົນທັງໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃນດ້ານຕ່າງໆ ໂດຍຜ່ານພາຫະນະສື່ມວນຊົນ ກໍຄືນະວະຕະກໍາໃໝ່ທີ່ທັນສະໄໝ ເຊີ່ງກວມເອົາ 4 ຫົວຂໍ້ສໍາຄັນ ຄື: ຄວາມເປັນມືອາຊີບ ແລະ ເປັນກາງ: ບົດບາດ ແລະ ໜ້າທີ່ຂອງສື່ພາຍຫຼັງການລະບາດພະຍາດໂຄວິດ-19 ນະວັດຕະກໍາ ແລະ ການເຊື່ອມໂຍງ: ການປະຕິຮູບ ແລະ ພັດທະນາສື່ທີ່ຂັບເຄື່ອນໂດຍເຕັກໂນໂລຊີໃໝ່ ຄວາມເປັນເອກະພາບ ແລະ ຄວາມສາມັກຄີ ຮ່ວມກັນສົ່ງເສີມການສ້າງການຮ່ວມມືທີ່ມີຄຸນນະພາບສູງ ພາຍໃນກຸ່ມປະເທດບຣິກສ໌ ແລະ ການປະຕິບັດນິຍົມ ແລະ ການເສີມຂະຫຍາຍ: ສິດທິຂອງກຸ່ມປະເທດບຣິກສ໌ ໃນການສົ່ງເສີມການພັດທະນາແບບຍືນຍົງ. ນອກຈາກນີ້ ໃນກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການສະເໜີແຜນປະຕິບັດງານຂອງເວທີປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືສື່ມວນຊົນໃນກຸ່ມປະເທດ ບຣິກສ໌ ແຕ່ປີ 2022-2023 ເພື່ອແນໃສ່ເຮັດໃຫ້ອົງການສື່ມວນຊົນໃນກຸ່ມປະເທດ ບຣິກສ໌ ນັບມື້ມີບົດບາດເປັນຂົວຕໍ່ທີ່ສໍາຄັນໃນການສ້າງສັນຕິພາບ ແລະ ການພັດທະນາເສດຖະກິດຂອງໂລກ. ສໍາລັບເວທີປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືສື່ມວນຊົນໃນກຸ່ມປະເທດ ບຣິກສ໌ ເລີ່ມຕົ້ນແຕ່ປີ 2015 ໂດຍແມ່ນສໍານັກຂ່າວ ຊິນຮວາຂອງຈີນ ເປັນຜູ້ລິເລີ່ມຮ່ວມກັບສື່ຫຼັກຈາກບຣາຊີນ ຣັດເຊຍ ອິນເດຍ ແລະ ອາຟຣິກກາໃຕ້ ສະເພາະການຈັດເວທີປຶກສາຫາລືດັ່ງກ່າວໃນປີນີ້ ແມ່ນຈັັດຂຶ້ນພາຍຫຼັງສໍາເລັດກອງປະຊຸມສຸດຍອດຜູ້ນໍາກຸ່ມປະເທດ ບຣິກສ໌ ຄັ້ງທີ 14 ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ ໂດຍມີສື່ມວນຊົນທີ່ຮັບເຊີນເກືອບ 300 ຄົນ ຈາກສໍານັກ ແລະ ສະຖາບັນສື່ຫລາຍກວ່າ 170 ແຫ່ງ ຈາກ 73 ປະເທດເຂົ້າຮ່ວມ.

.

# ໄຊບັນດິດ 

error: Content is protected !!