POW ຮ່ວມມືກັບ BIGBLUE ນໍາເອົາຜະລິດຕະພັນອາຫານເສີມສະໝຸນໄພ ຂະຫຍາຍສູ່ຕະຫຼາດລາວ

    ບໍລິສັດ ພາວ ມິຣາໂຄ ຈໍາກັດ (Pow Miracle co.,LTD) ຮ່ວມມືກັບບໍລິສັດ ຟ້າໃຫຍ່ມີເດຍ ຈໍາກັດ (Bigblue Agency Laos) ສົ່ງຜະລິດຕະພັນສະໝຸນໄພຜັກຄາວທອງ ບຸກຂະຫຍາຍຕະຫຼາດໃນລາວ ສູ່ຈຸດແຂງ Bigblue ທີ່ເປັນສື່ໂຄສະນາປະຊາສໍາພັນຄົບວົງຈອນທີ່ຄວບຄຸມພື້ນທີ່ ສປປ ລາວ ເຈາະຕະຫຼາດກຸ່ມເປົ້າໝາຍ ແລະ ຊ່ວຍເສີມສ້າງຄວາມເຂັ້ມແຂງໃນການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍເຊັນສັນຍາການຮ່ວມມືດັ່ງກ່າວ ຈັດຂຶ້ນວັນທີ 8 ກໍລະກົດ 2022 ຢູ່ນະຄອນຫຼວງວຽງຈັນ ລະຫວ່າງທ່ານ ສັນທະລັກ ຈ່າສານ ປະທານບໍລິສັດ BigBlue Agency Laos ແລະ ທ່ານ ອະທິຊາດ ຊຸມນານົນ ຜູ້ກໍ່ຕັ້ງ ແລະ ປະທານບໍລິສັດ Pow Miracle co.,LTD ມີທ່ານນາງ ສາຍສະໝອນ ຈັນທະຈັກ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ ທ່ານ ສະຫວັນຄອນ ຣາຊມົນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ອະທິຊາດ ຊຸມນານົນ ກ່າວວ່າ: ບໍລິສັດ ໄດ້ຕົກລົງຮ່ວມມືກັບ Bigblue ໃນການຂະຫຍາຍຖານທຸລະກິດສະໝຸນໄພຜັກຄາວທອງ ເພື່ອມຸ່ງໜ້າບຸກຕະຫຼາດ ສປປ ລາວ ໂດຍການເປັນພັນທະມິດດ້ານການເຮັດການຕະຫຼາດຜ່ານຊ່ອງທາງສື່ໂຄສະນາປະຊາສໍາພັນຂອງ Bigblue ເຊິ່ງເປັນຜູ້ນໍາດ້ານທຸລະກິດການໃຫ້ບໍລິການສື່ໂຄສະນາອັນດັບຕົ້ນໆໃນ ສປປ ລາວ ພາວ ມິຣາໂຄ ໄດ້ນໍາຜະລິດຕະພັນສະໝຸນໄພຜັກຄາວທອງສະກັດແບບເຂັ້ມຂຸ້ນ ເຊິ່ງມີທັງພາວເດີລ່າ (ຜົງຜັກຄາວທອງແບບຊອງ) ພາວເຮີເບີ ແຄັບຊູນ (ແບບເມັດ) ແລະ ສະເປrພົ່ນປາກ ທີ່ມີສ່ວນປະສົມຂອງສະໝຸນໄພຜັກຄາວທອງ ໂພພໍລີສ໌ ເປັບ ເປີ້ມິ້ນ ແລະ ສະເປມິ້ນ ມີຄົວຊິຕິນ ຊ່ວຍຕ້ານເຊື້ອໄວຣັດ ຫຼຸດບັນຫາໃນຊ່ອງປາກ ລົມຫາຍໃຈສົດຊື່ນ ມາວາງຈໍາໜ່າຍໃຫ້ລູກຄ້າ ສປປ ລາວ ໄດ້ມີທາງເລືອກໃນການນໍາຜະລິດຕະພັນສະໝຸນໄພຄຸນນະພາບທີ່ດີມາໃຊ້ເພື່ີອສຸຂະພາບ ໂດຍຈະເຮັດໃຫ້ການໂຄສະນາປະຊາສໍາພັນຜະລິດຕະພັນ ເພື່ອສ້າງຄວາມຮັບຮູ້ ແລະ ເນັ້ນເຖິງປະໂຫຍດຕ່າງໆຂອງສະໝຸນໄພຜັກຄາວທອງ ເຊິ່ງພວກເຮົາໝັ້ນໃຈວ່າຊ່ອງທາງການປະຊາສໍາພັນໃນສື່ຕ່າງໆ ນອກຈາກຈະຄວບຄຸມພື້ນທີ່ ແລະ ສ້າງການຮັບຮູ້ໄປສູ່ກຸ່ມເປົ້າໝາຍແລ້ວ ຍັງຈະສາມາດກະຈາຍການຮັບຮູ້ກ່ຽວກັບຜະລິດຕະພັນຂອງພວກເຮົາໄດ້ເປັນຢ່າງດີ ທັງດ້ານການວິໄຈ ແລະ ພັດທະນາຜະລິດຕະພັນ ຄຸນປະໂຫຍດຕ່າງໆຂອງສະໝຸນໄພຜັກຄາວທອງ ໂດຍຜະລິດຕະພັນຂອງບໍລິສັດ ໄດ້ເລີ່ມສຶກສາວິໄຈ ແລະ ພັດທະນາເຈາະເລິກຕັ້ງແຕ່ວິເຄາະຄຸນຄ່າທາງໂພຊະນາການ ແລະ ລິດຕ້ານອະນຸມູນອິດສະຫຼະ ແຕ່ປີ 2011 ເຖິງປັດຈຸບັນ ໂດຍໄດ້ຮັບລາງວັນນະວັດຕະກໍາໄທແຫ່ງທໍາອິດທີ່ໄດ້ 2 ໃບຮັບຮອງ ແລະ 4 ງານວິໄຈ ຮ່ວມກັບບໍລິສັດຜູ້ຜະລິດມາດຕະຖານສາກົນ ແລະ ມະຫາວິທະຍາໄລຊຽງໃໝ່ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກຂອງ ສປປ ລາວ. 

    ທ່ານ ສັນທະລັກ ຈ່າສານ ກ່າວວ່າ: ບໍລິສັດດໍາເນີນທຸລະກິດເປັນຜູ້ໃຫ້ບໍລິການສື່ໂຄສະນາ ແລະ ປະຊາສໍາພັນອັນດັບຕົ້ນໆໃນ ສປປ ລາວ ແລະ ມີສື່ອອນລາຍເປັນຂອງຕົວເອງ ເຊັ່ນ: InsideLaos ປັດຈຸບັນ ມີຜູ້ຕິດຕາມ 200.000 ກວ່າຄົນ ສໍາລັບສື່ໂຄສະນາກາງແຈ້ງຂອງບໍລິສັດກໍ່ຕັ້ງຢູ່ໃນພື້ນທີ່ສໍາຄັນ ແລະ ເປັນພື້ນທີ່ຍຸດທະສາດໃນນະຄອນຫຼວງວຽງຈັນ ເຊັ່ນ: ໜ້າຕະຫຼາດເຊົ້າຊ໋ອບປີ້ງມໍ ສີ່ແຍກໄຟແດງ ICBC ໜ້າທາງເຂົ້າສະຖານີລົດໄຟ ລາວ-ຈີນ ນອກນີ້ ຍັງມີຢູ່ແຂວງສະຫວັນນະເຂດ ແຂວງຫຼວງພະບາງ ແລະ ແຂວງຄໍາມ່ວນ BigBlue ດໍາເນີນທຸລະກິດມາ 16 ປີ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າສໍາຄັນ ເຊັ່ນ: SCG Heineken LDB Bank PTT ປັດຈຸບັນຍັງໄດ້ຮັບການຕອບຮັບດີຈາກລູກຄ້າເຊັ່ນກັນ.

    ທ່ານ ດຣ ສົມພົບ ສັກພັນພະນົມ ຜູ້ອໍານວຍການໃຫຍ່ບໍລິສັດ ຫຼັກຊັບ ເອພີເອັມລາວ ຈໍາກັດ ກ່າວວ່າ: ໃນຖານະທີ່ປຶກສາທາງການເງິນຂອງ Bigblue ຮູ້ສຶກຍິນດີທີ່ສອງບໍລິສັດໄດ້ເຊັນສັນຍາຮ່ວມມືກັນ ເນື່ອງຈາກສອງບໍລິສັດມີຈຸດແຂງທີ່ຈະເສີມສ້າງ ເກື້ອກູນກັນ ແລະ ກັນ ເຊິ່ງເຊື່ອວ່າການຮ່ວມມືຄັ້ງນີ້ ຈະເປັນຈຸດເລີ່ມຕົ້ນໃນການເສີມສ້າງຄວາມແຂງແກ່ນທັງຍອດຂາຍ ແລະ ລາຍໄດ້ ໃຫ້ເຕີບໂຕໃນອະນາຄົດ. 

# ຂ່າວ – ພາບ : ສະບາໄພ 

error: Content is protected !!