ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສພຊ ອັດລົງດ້ວຍຜົນສຳເລັດ

     ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ອັດລົງດ້ວຍຜົນສຳເລັດອັນຈົບງາມ ວັນທີ 8 ກໍລະກົດ 2022 ຢູ່ຫໍສະພາແຫ່ງຊາດ ພາຍຫຼັງດຳເນີນມາເປັນເວລາ 20 ວັນ (13 ມິຖຸນາ-8 ກໍລະກົດ 2022) ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ສະມາຊິກສະພາແຫ່ງຊາດ (ສສຊ) ແຕ່ລະເຂດເລືອກຕັ້ງ. 

    ທ່ານ ໄຊສົມພອນ ພົມວິຫານ ກ່າວວ່າ: ການດຳເນີນກອງປະຊຸມຄັ້ງນີ້ ໄດ້ພິຈາລະນາ ແລະ ຮັບຮອງເອົາເອກະສານສຳຄັນຄື: ຮັບຮອງເອົາບົດລາຍງານລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນການ 6 ເດືອນທ້າຍປີ 2022 ເຊິ່ງໄດ້ຕີລາຄາສູງຕໍ່ຄວາມພະຍາມຍາມຂອງລັດຖະບານ ໃນການສູ້ຊົນເຮັດໃຫ້ອັດຕາການເຕີບໂຕທາງດ້ານເສດຖະກິດສາມາດບັນລຸໄດ້ 4,3% ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບໂດຍພື້ນຖານ ສາມາດປະຄັບປະຄອງເສດຖະກິດບໍ່ໃຫ້ເຂົ້າສູ່ວິກິດການທີ່ໜັກໜ່ວງໄປກວ່ານີ້ ມີການແຕ່ງຕັ້ງຄະນະຮັບຜິດຊອບເພື່ອແກ້ໄຂບັນການເໜັງຕີງແຮງຂອງລາຄາສິນຄ້າ ອັດຕາແລກປ່ຽນ ຄວາມຫຍຸ້ງຍາກທາງດ້ານນໍ້າມັນເຊື້ອໄຟ ພ້ອມນັ້ນ ໄດ້ມີການໂຄສະນາເຜີຍແຜ່ ປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າ ເພີ່ມທະວີນໍ້າໃຈປະຢັດມັດທະຍັດ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ພ້ອມກັນແກ້ໄຂບັນຫາໃນເວລາທີ່ປະເທດຊາດປະສົບກັບຄວາມຫຍຸ້ງຍາກ ກອງປະຊຸມມອບໃຫ້ລັດຖະບານນຳເອົາຄວາມຄິດເຫັນຂອງກອງປະຊຸມ ໄປພິຈາລະນາເພື່ອສືບຕໍ່ປັບປຸງ ແກ້ໄຂບັນດາບັນຫາທີ່ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ ກອງປະຊຸມໄດ້ຟັງການລາຍງານຂອງລັດຖະບານ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ຕະຫຼອດໄລຍະເກືອບ 1 ປີທີ່ຜ່ານມາ ຄຽງຄູ່ກັນນັ້ນ ກອງປະຊຸມສະເໜີໃຫ້ລັດຖະບານເພີ່ມທະວີການໂຄສະນາເຜີຍແຜ່ ປຸກລະດົມໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ຄວາມຈໍາເປັນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ມີການເຂົ້າຮ່ວມຢ່າງຕັ້ງໜ້າ ສູ້ຊົນຜ່ານຜ່າເຮັດໃຫ້ປະເທດຊາດ ຫຼຸດພົ້ນອອກຈາກສະພາຫວະຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງເລື້ອຍໆ ມອບໃຫ້ລັດຖະບານຮີບຮ້ອນສືບຕໍ່ຊີ້ນຳບັນດາກະຊວງ ອົງການ ແລະ ອົງການປົກຄອງທ້ອງຖິ່ນ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນຕັ້ງໜ້າເຂົ້າຮ່ວມໃນການຈັດຕັ້ງປະຕິບັດວາລະແຫ່ງຊາດໃຫ້ມີປະສິດທິພາບ ປະສິດທິຜົນ ແລະ ເປັນຮູບປະທຳຕົວຈິງ. 

    ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຄື: ກົດໝາຍວ່າດ້ວຍທີ່ດິນ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ,ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ເຊິ່ງເປັນຄັ້ງທຳອິດທີ່ໄດ້ມີການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ນຳເຂົ້າມາພິຈາລະນາໃນກອງປະຊຸມ ສພຊ ນັບແຕ່ໄດ້ປະກາດໃຊ້ລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນມາ ກອງປະຊຸມສະແດງຄວາມເປັນຫວ່ງຕໍ່ການປະຕິບັດ 4 ກົດໝາຍດັ່ງກ່າວ ເປັນຕົ້ນ ການຄຸ້ມຄອງ ການໃຫ້ເຊົ່າ ການສຳປະທານທີ່ດິນ ການຈັບຈອງ ແລະ ຊື້-ຂາຍສິດນຳໃຊ້ທີ່ດິນ ການຫັນທີ່ດິນເປັນກຳມະສິດອື່ນທີ່ບໍ່ສອດຄ່ອງກັບກົດໝາຍມີທ່າອ່ຽງນັບມື້ເພີ່ມຂຶ້ນ ການຫັນແຜນແມ່ບົດພັດທະນາທີ່ດິນແຫ່ງຊາດ ເປັນແຜນຈັດສັນທີ່ດິນຂັ້ນທ້ອງຖິ່ນ ການຂຶ້ນທະບຽນ-ອອກໃບຕາດິນ ແລະ ການວາງແຜນຍຸດທະສາດພັດທະນາທີ່ດິນຕາມຂະແໜງການຍັງຊັກຊ້າ ແລະ ເຮັດໄດ້ໜ້ອຍ ສະເໜີເພີ່ມທະວີການຄຸ້ມຄອງບັນດາໂຄງການລົງທຶນດ້ານແຮ່ທາດໃຫ້ເຂັ້ມງວດ ແກ້ໄຂຢ່າງທັນການຕໍ່ບັນດາໂຄງການ ແລະ ກິດຈະການລົງທຶນແຮ່ທາດ ທີ່ບໍ່ມີປະສິດທິພາບບໍ່ມີມືອາຊີບ ຫຼື ບໍ່ປະຕິບັດຕາມກົດໝາຍ ບໍ່ປະຕິບັດຕາມສັນຍາ ມີຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ ໃຫ້ເອົາໃຈໃສ່ຄຸ້ມຄອງໂຄງການລົງທຶນໃຫ້ປະຕິບັດຕາມກົດໝາຍ ແລະ ສັນຍາ ການແບ່ງຂັ້ນຄຸ້ມຄອງການສົ່ງເສີມການລົງທຶນລະຫວ່າງຂະແໜງການສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມລະອຽດ ຈະແຈ້ງຕື່ມ ສະເໜີໃຫ້ມີກົນໄກການພິຈາລະນາອະນຸມັດການລົງທຶນ ໃຫ້ໄປຕາມກຳນົດເວລາຂອງກົດໝາຍ ແລະ ມີທິດທາງຫັນເປັນດີຈີຕອນໃນການຄຸ້ມຄອງ ແລະ ສ້າງຄວາມສະດວກໃຫ້ແກ່ການລົງທຶນ ທັງຕອບສະໜອງຂໍ້ມູນທີ່ຈຳເປັນໃຫ້ແກ່ນັກລົງທຶນ ເອົາໃຈໃສ່ກວດກາ ແລະ ຄຸ້ມຄອງບັນດາໂຄງການສໍາຫຼວດ ຂຸດຄົ້ນແຮ່ທາດໃຫ້ຖືກຕ້ອງຕາມກົດໝາຍ ເດັດດ່ຽວແກ້ໄຂໂຄງການທີ່ບໍ່ມີປະສິດທິພາບທີ່ລະເມີດກົດໝາຍ ແລະ ສັນຍາ ເພີ່ມທະວີການຄຸ້ມຄອງຊັບສິນຂອງລັດໃຫ້ຮັດກຸມ ຈະແຈ້ງ ແລະ ຄົບຖ້ວນ. 

    ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ ເຊິ່ງກອງປະຊຸມເຫັນວ່າລັດຖະບານໄດ້ມີຄວາມພະຍາມຍາມປັບປຸງການເຄື່ອນໄຫວຂອງລັດວິສາຫະກິດໃຫ້ມີປະສິດທິຜົນ ບໍ່ສ້າງໜີ້ສິນເພີ່ມແກ່ລັດຖະບານ. 

    ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບການປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສະເໜີໃຫ້ລັດຖະບານ ມີມາດຕະການແກ້ໄຂ ໃນການພັດທະນາໂຄງລ່າງພຶ້ນຖານ ການໂຄສະນາ ການຄຸ້ມຄອງ ແລະ ສ້າງຄວາມເຂັ້ມແຂງບຸກຄະລາກອນ ການເອື້ອອຳນວຍການທ່ອງທ່ຽວ ເພື່ອໃຫ້ການທ່ອງທ່ຽວສີຂຽວສາມາດ ປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຂອງຊາດ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ ໂດຍສະເພາະ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນທຸກສາຍ ໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍະກຳ ກອງປະຊຸມຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕາມມະຕິກອງປະຊຸມສະພາແຫ່ງຊາດສະບັບເລກທີ 04/ສພຊ ແລະ ການຕິດຕາມກວດກາການນຳໃຊ້ 7 ມາດຕະການສະກັດກັ້ນ ຂອງອົງການສືບສວນ-ສອບສວນ ຕາມທີ່ກຳນົດໄວ້ໃນມາດຕາ 136 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ໂດຍສະເພາະ ການແກ້ໄຂການລະເມີດກົດໝາຍ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!