ຮັບຮອງເອົາຮ່າງມະຕິສະພາແຫ່ງຊາດ 8 ສະບັບ

     ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດ IX ໃນວັນທີ 8 ກໍລະກົດ 2022 ທີ່ຫໍສະພາແຫ່ງຊາດ ເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ມີຮອງປະທານສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ (ສສຊ) ເຂົ້າຮ່ວມ.

    ໃນພາກເຊົ້າ ໄດ້ຮັບຟັງການສະເໜີຮັບເອົາຮ່າງມະຕິກອງປະຊຸມສະພາແຫ່ງຊາດ 8 ສະບັບຄື ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022 ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້ານປີ 2022 ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບຄື ກົດໝາຍວ່າດ້ວຍທີ່ດິນ ການສົ່ງເສີມການລົງທຶນ ຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ການປັບປຸງໂຄງສ້າງຂອງທະນາຄານທຸລະກິດລັດ ມະຕິວ່າດ້ວຍການຮັບຮັບເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນທ່ອງທ່ຽວສີຂຽວ ແລະ ການເປີດປະເທດ ຕິດພັນກັບວຽກງານປ້ອງກັນ ແລະ ຮັບມືການແຜ່ລະບາດຂອງພະຍາດໂຄິດ-19 ມະຕິວ່າດ້ວຍການຮັບຮັບເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດ ຕັ້ງປະຕິບັດຄາດໝາຍໃນຂົງເຂດສຶກສາທິການ ແລະ ກີລາ ເປັນຕົ້ນ ການປັບປຸງຄຸນນະພາບລະບົບການຮຽນ-ການສອນທຸກຊັ້ນ ທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກີລາ-ກາຍະກຳ ມະຕິວ່າດ້ວຍການຮັບຮັບເອົາບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະກອງປະຊຸມສະໄໝສາມັນເທື່ອທີ່ 2 ເທື່ອທີ່ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດ IX ມະຕິວ່າດ້ວຍການຮັບຮັບເອົາບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບຜົນການຕິດຕາມ ກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດໃນໄລຍະຜ່ານມາ ແລະ ແຜນການຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບການປະຕິບັດວາລະແຫ່ງຊາດໃນຕໍ່ໜ້າ.

    ຜ່ານການຮັບຟັງບັນດາບົດລາຍງານດັ່ງກ່າວ ຈາກນັ້ນ ສສຊ ກໍພ້ອມກັນປະກອບຄຳຄິດເຫັນໃສ່ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ສອດຄ່ອງກັບການພັດທະນາແຕ່ລະໄລຍະ ຫຼັງຈາກ ສສຊ ປະກອບຄຳໃສ່ ຄະນະຮັບຜິດຊອບໄດ້ນຳໄປຄົ້ນຄວ້າ ປັບປຸງແລ້ວນຳມາສະເໜີຕໍ່ສະແຫ່ງຊາດເພື່ອພິຈາລະນາຮັບຮອງ ຜ່ານການຄົ້ນຄວ້າ ປັບປຸງບັນດາຄຳສັບ ແລະ ເນື້ອໃນຕ່າງໆໃຫ້ມີຄວາມແທດເໝາະກັບສະພາບຄວາມເປັນຈິງຂອງການພັດທະນາ ສະນັ້ນ ສສຊ ໄດ້ງລົງຄະແນນສຽງຮັບຮອງເອົາບັນດາມະຕິ 8 ສະບັບດັ່ງກ່າວ ການຮັບຮອງເອົາມະຕິ 8 ສະບັບນີ້ ຈະເປັນບ່ອນອີງ ແລະ ເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານແຕ່ລະຂະແໜງການ.

# ຂ່າວ – ພາບ : ອົ່ນ ໄຟສົມທອງ

error: Content is protected !!